ບັນດາສະຫາຍທີ່ຮັກແພງ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ, ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີມື້ຫວນກັບຄືນມາຂອງສະຫາຍ ເຈິ່ນດ໋າຍກວາງ, ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ    ສະໄໝ ທີ X, XI, XII, ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ສະໄໝ ທີ XI, XII; ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ພວກຂ້າພະເຈົ້າຕີລາຄາສູງຕໍ່ການປະກອບສ່ວນຂອງສະຫາຍ ເຈິ່ນດ໋າຍກວາງ ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງ ສສ.ຫວຽດນາມ ຕະຫຼອດຊີວິດຂອງການເຄື່ອນໄຫວປະຕິວັດຂອງຕົນ, ໂດຍສະເພາະ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍພາຍໃນຂອງຫວຽດນາມ. ສະຫາຍ ເຈິ່ນດ໋າຍກວາງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ  ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ຕະຫຼອດມາ.

ການຈາກໄປຂອງສະຫາຍ ເຈິ່ນດ໋າຍກວາງ  ບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກຂອງພັກ, ລັດ ແລະປະຊາຊົນຫວຽດນາມ  ແຕ່ຍັງເປັນການສູນເສຍເພື່ອນສະຫາຍທີ່ໃກ້ຊິດສະໜິດສະໜົມຜູ້ໜຶ່ງຂອງພັກ, ລັດ ແລະປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ.

ໃນຊ່ວງເວລາອັນໂສກເສົ້ານີ້,  ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,  ສະພາແຫ່ງຊາດ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ແລະສູນກາງແນວລາວສ້າງຊາດຂໍແບ່ງເບົາຄວາມທຸກໂສກ  ແລະສົ່ງຄວາມເຫັນອົກເຫັນໃຈມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ  ແລະຜ່ານບັນດາສະຫາຍເຖິງປະຊາຊົນຫວຽດນາມ ອ້າຍນ້ອງໂດຍສະເພາະມາຍັງຄອບຄົວ, ຍາດຕິພີ່ນ້ອງ  ແລະເພື່ອນມິດຂອງສະຫາຍ ເຈິ່ນດ໋າຍກວາງ  ມານະໂອກາດນີ້ດ້ວຍ.

ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ  ແລະຂໍໃຫ້ເຖິງດວງວິນຍານຂອງ ສະຫາຍ ເຈິ່ນດ໋າຍກວາງ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ!

ເນື້ອໃນ: ຂປລ