ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ໂງມິງຕ໊ຽນ ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງໝາກຜົນບັນດາກິດຈະກຳຄົ້ນຄວ້າວິທະຍາສາດລະຫວ່າງສະຖາບັນປະຫວັດສາດການທະຫານຫວຽດນາມ ກັບກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ, ໃນນັ້ນມີກິດຈະກໍາສ້າງເສັ້ນທາງໂຮ່ຈິມິນໃນຜືນແຜ່ນດິນລາວ. ນີ້ແມ່ນບັນດາກິດຈະກຳໄດ້ປະກອບສ່ວນສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມ, ພ້ອມທັງໜູນຊ່ວຍໃຫ້ວຽກງານຄົ້ນຄວ້າວິທະຍາສາດປະຫວັດສາດດ້ານສົງຄາມຂອງສອງປະເທດ.

leftcenterrightdel
ພາບປະກອບຄັດຈາກ: anninhthudo.vn.

ທ່ານພົນຈັດຕະວາ ໂງມິນຕ໊ຽນ ສະເໜີວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດສອງປະເທດກ່ຽວກັບການຄົ້ນຄວ້າວິທະຍາສາດປະຫວັດສາດຂອງສົງຄາມ; ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການຮ່ວມມືຢູ່ຂົງເຂດຝຶກຊ້ອມ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ ລາວ ໃນການຊອກຫາເອກະສານສົງຄາມ ເພື່ອໃຫ້ກົມວິທະຍາສາດ-ປະຫວັດສາດປະຕິບັດສໍາເລັດໜ້າທີ່ເຊິ່ງກະຊວງປ້ອງກັນປະເທດ ລາວ ມອບໝາຍໃຫ້.

 

ໂດຍ: ໄຊນີດາ