ໃນໄລຍະຝຶກອົບຮົມ 45 ວັນ, ບັນດານັກສໍາມະນາກອນໄດ້ຮຽນຮູ້ບາງຫົວເລື່ອງສະເພາະ ຄື: ວຽກງານເສນາທິການພະລາທິການເປັນປະຈຳ; ວຽກງານພະລາທິການທ້ອງຖິ່ນ; ຮັບປະກັນນ້ຳມັນເຊື້ອໄຟ, ການນຳໃຊ້ນ້ຳມັນເຊື້ອໄຟ; ບຳລຸງຮັກສາ, ສ້ອມແປງລົດຈັກ; ວຽກງານກວດກາເຕັກນິກລົດຈັກເປັນປະຈຳ; ບັນດາບັນຫາລວມກ່ຽວກັບວຽກງານຂົນສົ່ງ; ສະຖາປັດຕະຍະກໍາ ແລະແຜນຜັງຄ້າຍທະຫານ; ຢ້ຽມຊົມ, ຖອດຖອນບົດຮຽນຕົວຈິງວຽກງານພະລາທິການຢູ່ບາງກົມກອງຂອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ຜູ້ຕາງໜ້າການນຳວິທະຍາຄານພະລາທິການ ມອບໃບຢັ້ງຢືນໃຫ້ບັນດາພະນັກງານກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: ຢຸຍຮົ່ງ.

ກ່າວຄຳເຫັນທີ່ພິທີອັດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ເຈິ່ນຢຸຍຢາງ ເນັ້ນໜັກວ່າ, ບົນພື້ນຖານເນື້ອໃນໄດ້ຝຶກອົບຮົມ ແລະໝາກຜົນຜ່ານການຢ້ຽມຊົມບາງກົມກອງກອງທັບປະຊາຊົນຫວຽດນາມ, ບັນດາພະນັກງານກອງທັບປະຊາຊົນລາວ, ສືບຕໍ່ຄົ້ນຄວ້າໝູນໃຊ້ເຂົ້າສູ່ເງື່ອນໄຂຕົວຈິງຂອງວຽກງານພະລາທິການຢ່າງມີໄຫວພິບເພື່ອແນະນຳ, ຊີ້ນຳ ແລະຈັດຕັ້ງປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ພ້ອມທັງແລກປ່ຽນ, ເຜີຍແຜ່ໃຫ້ບັນດາພະນັກງານ, ພາລະກອນຂະແໜງພະລາທິການກອງທັບປະຊາຊົນລາວ ກ່ຽວກັບບັນດາຄວາມຮູ້, ບົດຮຽນໄດ້ຮັບເອົາໃນໄລຍະຝຶກອົບຮົມຢູ່ຫວຽດນາມ... ຜ່ານນັ້ນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບ, ຄວາມສະໜິດຕິດພັນທີ່ເປັນມູນເຊື້ອລະຫວ່າງປະຊາຊົນ, ກອງທັບ ແລະຂະແໜງພະລາທິ ການກອງທັບສອງປະເທດ ຫວຽດນາມ-ລາວ.

ໂດຍ: ທູຮັ່ງ