ໃນໄລຍະຝຶກອົບຮົມ, ພະນັກງານ, ພາລະກອນ 43 ຄົນສັງກັດກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ແລະເຊກອງ ໄດ້ຮຽນຮູ້ 5 ຫົວເລື່ອງສະເພາະ ແລະໄດ້ແລກປ່ຽນບັນດາບັນຫາກ່ຽວຂ້ອງເຖິງແບບວິທີ, ກົນອຸບາຍເຄື່ອນໄຫວຂອງອາດ ຊະຍາກຳຢາເສບຕິດ; ວຽກງານກໍ່ສ້າງ, ນຳໃຊ້ກຳລັງລັບໃນການສະກັດກັ້ນ ແລະຕ້ານຢາເສບຕິດ ແລະອາດຊະຍາກຳ; ວຽກງານຕໍ່ສູ້ບັນດາຄະດີ; ວຽກງານສືບສວນ-ສອບສວນຂັ້ນພື້ນຖານຂອງກຳລັງສະກັດກັ້ນ, ຕ້ານຢາເສບຕິດ ແລະອາດຊະຍາກຳ; ວຽກງານຄຸ້ມຄອງວິຊາສະເພາະ, ກວດກາວິຊາສະເພາະ...

leftcenterrightdel
ຜູ້ຕາງໜ້າຄະນະຈັດຕັ້ງມອບໃບຍ້ອງຍໍຂອງກອງບັນຊາການທະຫານຊາຍແດນແຂວງກອນຕູມ ໃຫ້ບັນດາບຸກຄົນທີ່ມີຜົນງານດີເດັ່ນໃນຊຸດຝຶກອົບຮົມຄັ້ງນີ້. ພາບ: ວັນລີ໋

ສິ້ນສຸດຊຸດຝຶກອົບຮົມຄັ້ງນີ້, ກອງບັນຊາການທະຫານຊາຍແດນແຂວງກອນຕູມ ໄດ້ມອບໃບຍ້ອງຍໍໃຫ້ 7 ບຸກຄົນທີ່ມີຜົນງານດີເດັ່ນໃນຊຸດຝຶກອົບຮົມ; ມອບໃບຢັ້ງຢືນສຳເລັດເນື້ອໃນຝຶກອົບຮົມໃຫ້ພະນັກງານ, ພາລະກອນ 43 ຄົນ. ຕາມທີ່ໄດ້ຮູ້ແລ້ວ, ໃນຊຸມປີມໍ່ໆມານີ້,  ກຳລັງສະກັດກັ້ນ, ຕ້ານຢາເສບຕິດ ແລະອາດຊະຍາກຳຂອງທະຫານຊາຍແດນແຂວງກອນຕູມ ໄດ້ສົມທົບກັບ ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ແລະເຊກອງ ຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນການຕໍ່ສູ້ມ້າງທຳລາຍຫຼາຍຄະດີ.

ໂດຍ: ແສງເດືອນ