ເຂົ້າຮ່ວມພິທີ, ຝ່າຍແຂວງເງະອານ ມີທ່ານ ເລຊວນດ້າຍ,  ກໍາມະການຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ. ຝ່າຍລາວ ມີທ່ານ ສົມພອນ ອິນຄະວິໄລ, ຫົວໜ້າພະແນກຍຸຕິທຳ ແຂວງຫົວພັນ.

leftcenterrightdel
ການນໍາພະແນກຍຸຕິທຳແຂວງເງະອານ ແລະພະແນກຍຸຕິທຳແຂວງຫົວພັນ ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື. ພາບ: ເຟືອງຖາວ.

ທີ່ພິທີ, ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບບາງເນື້ອໃນກ່ຽວກັບວຽກງານຕຸລາການຂອງແຕ່ລະຝ່າຍ; ຮັບຮອງເອົາຮ່າງບົດບັດທຶກຊ່ວຍຈໍາການຮ່ວມມື. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສ້າງສາຍພົວພັນຮ່ວມມືດ້ານຕຸລາການ. ສອງຝ່າຍຕົກລົງຮ່ວມມືກັນພາຍໃຕ້ບັນດາຮູບແບບຄືແລກປ່ຽນຄະນະສອງຝ່າຍ, ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນລະຫວ່າງພະແນກຍຸຕິທຳແຂວງເງະອານ ແລະພະແນກຍຸຕິທຳແຂວງຫົວພັນ 3 ປີ ເທື່ອໜຶ່ງ...

leftcenterrightdel
ທ່ານ ເລຊວນດ້າຍ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ກ່າວຄໍາເຫັນທີ່ພິທີ. ພາບ: ເຟືອງຖາວ.

ກ່າວຄໍາເຫັນທີ່ພິທີ, ທ່ານ ເລຊວນດ້າຍ ເນັ້ນໜັກວ່າ ເລື່ອງລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງພະແນກຍຸຕິທຳແຂວງເງະອານ ແລະພະແນກຍຸຕິທຳແຂວງຫົວພັນ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນການສືບຕໍ່ສ້າງ, ປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ເວົ້າລວມ ກໍ່ຄື ສາຍພົວພັນຮ່ວມມືອັນດີງາມລະຫວ່າງສອງແຂວງເວົ້າສະເພາະ.

 

ໂດຍ: ຫງວຽນກຸກ