ກອງປະຊຸມດັ່ງກ່າວ,  ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2018 ທີ່ນະຄອນຫລວງ ຮ່າໂນ້ຍ,  ສສ. ຫວຽດນາມ,  ກ່າວໃນພີທີເປີດຢ່າງເປັນທາງການໂດຍທ່ານ ຫງວຽນຊວນຟຸກ  ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະທ່ານ Klaus Schwab, ປະທານຜູ້ບໍລິຫານເວທີເສດຖະກິດໂລກ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປືກສາຫາລືເສດຖະກິດໂລກກ່ຽວກັບ ອາຊຽນ ຄັ້ງທີ 27. ພາບ: ຂປລ.

ກອງປະຊຸມຄັ້ງນີ້,  ສະຫາຍ ຫງຽວນຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ກໍໄດ້ໃຫ້ກຽດເຂົ້າຮ່ວມ  ແລະໄດ້ມີບັນດາຜູ້ນຳອາຊຽນ ແລະປະເທດຕ່າງໆ ທີ່ເປັນຕົວແທນຈາກລັດຖະບານ ແລະຫົວໜ່ວຍທຸລະກິດໃນພາກພື້ນ ແລະໃນໂລກເຂົ້າຮ່ວມ.  ກອງປະຊຸມດັ່ງກ່າວ, ບັນດາຜູ້ນຳຂອງແຕ່ລະປະເທດສະມາຊິກອາຊຽນ ໄດ້ປະກອບຄຳເຫັນ ແລະແລກປ່ຽນຄຳຄິດຄຳເຫັນກ່ຽວກັບວິໄສທັດໃນການປະກອບທຸລະກິດ, ການປະຕິຮູບອຸດສະຫະກຳ 4.0  ໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນອາຊຽນ ແລະສາກົນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນປະກອບຄຳເຫັນໃນກອງປະຊຸມກ່ຽວກັບບັນດາກາລະໂອກາດ ແລະສິ່ງທ້າທາຍຕ່າງໆໃນຍຸກສະໄໝການປະຕິວັດອຸດສະຫະກຳ 4.0 ທີ່ປະເທດອາຊຽນ ລວມທັງສປປ ລາວ ກຳລັງປະເຊີນຢູ່ນັບທັງຄວາມກຽມພ້ອມເພື່ອສາມາດຮັບມືກັບສິ່ງທ້າທາຍນາໆປະການໃນຊຸມປີຕໍ່ໜ້າ.  ພ້ອມດຽວກັນນັ້ນ,  ທ່ານນາຍົກລັດຖະມົນຕີ ກໍໄດ້ເປັນກຽດຕ້ອນຮັບທ່ານນາຍົກລັດຖະມົນຕີ ສີລັງກາ ເພື່ອປືກສາຫາລືກັນໃນກອບການຮ່ວມມືສອງຝ່າຍລະຫວ່າງສອງປະເທດ ລາວ-ສີລັງກາ ໃນອະນາຄົດ.  ໃນຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໃດ້ເຂົ້າຮ່ວມກອງປະຊຸມພົບປະບໍ່ເປັນທາງການຂອງຜູ້ນຳເສດຖະກິດໂລກກັບຜູ້ນຳອາຊຽນ.  ນອກຈາກນັ້ນ,  ທ່ານນາຍົກລັດຖະມົນຕີ ແລະ ຄະນະກໍໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Klaus Schwab, ປະທານບໍລິຫານເວທີເສດຖະກິດໂລກ ເພື່ອປືກສາຫາລືແລກປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການເສດຖະກິດ-ສັງຄົມໃນສປປ ລາວ ກໍຄືໃນພາກພື້ນອາຊຽນ.

ໃນຕອນບ່າຍ, ທ່ານນາຍົກລັດຖະມົນຕີ ແລະຄະນະກໍໄດ້ເຂົ້າຮ່ວມກອງປະຊຸມທາງການພາຍໃຕ້ຫົວຂໍ້ວິໄສທັດໃໝ່ສຳລັບພາກພື້ນແມ່ນໍ້າຂອງ, ຊຶ່ງມີຜູ້ນຳຈາກບັນດາປະເທດແມ່ນ້ຳຂອງເຂົ້າຮ່ວມເພື່ອປືກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືການພັດທະນາເສດຖະກິດ-ສັງຄົມໃນພາກພື້ນແມ່ນ້ຳຂອງໃນໄລຍະການປະຕິວັດອຸດສະຫະກຳ 4.0.

 

ເນື້ອໃນ: ຂປລ