ໃນໂອກາດກ່າວໄຂງານວັນລາວ,  ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ  ແລະທ່ອງທ່ຽວ ໄດ້ກ່າວສະແດງຄວາມຕ້ອນຮັບບັນດາແຂກທີ່ມີກຽດທີ່ເຂົ້າຮ່ວມງານ,  ສະແດງຄວາມຊົມເຊີຍຄະນະຮັບຜິດຊອບຈັດຕັ້ງພິທີທັງສອງຝ່າຍ ລາວ-ຫວຽດນາມ ທີ່ໄດ້ເອົາໃຈໃສ່ຮ່ວມມືກັນສະໜິດແໜ້ນ ແລະມີປະສິດທິຜົນເຮັດໃຫ້ງານວັນລາວ ຈັດຂຶ້ນຢ່າງສົມກຽດ ແລະສະຫງ່າຜ່າເຜີຍ  ເພື່ອສ້າງບັນຍາກາດອັນຄຶກຄື້ນມ່ວນຊື່ນເຕັມໄປດ້ວຍໄມຕີຈິດມິດຕະພາບຖານອ້າຍນ້ອງລະຫວ່າງ ລາວ-ຫວຽດນາມ, ປະກອບສ່ວນເຂົ້າໃນວາງສະແດງໄອທີອີ ໂຮ່ຈິມິນ 2018,  ທັງເປັນການໂຄສະນາສົ່ງເສີມການທ່ອງທ່ຽວລາວ 2018 ໃຫ້ກວ້າງຂວາງຂຶ້ນຕື່ມ, ໂດຍຜ່ານລາຍການສະແດງສິລະປະວັດທະນະທຳ ແລະຮີດຄອງປະເພນີຂອງລາວ ທີ່ເປັນເອກະລັກອັນດີງາມຂອງປະຊາຊົນລາວ ບັນດາເຜົ່າ.

leftcenterrightdel
ງານວັນລາວ ຈັດຂຶ້ນ ທີ່ນະຄອນໂຮ່ຈິມິນ ຢ່າງຄຶກຄື້ນ. ພາບ: ຂປລ.

ງານຄັ້ງນີ້ຈັດຂຶ້ນພາຍຫລັງສປປ ລາວ ໄດ້ປະກາດເປັນທາງການໃຫ້ປີ 2018 ເປັນປີທ່ອງທ່ຽວລາວ, ພາຍໃຕ້ຄຳຂວັນທ່ອງທ່ຽວເມືອງລາວ ຮຽນຮູ້ປະຫວັດສາດ,  ຊື່ນຊົມທຳມະຊາດ ແລະອະນະນຸລັກສົ່ງເສີມວັດທະນະທຳ;  ໃນໄລຍະ 6 ເດືອນຕົ້ນປີນີ້ມີນັກທ່ອງທ່ຽວເຂົ້າມາລາວ 2,1 ລ້ານເທື່ອຄົນ, ເພີ່ມຂຶ້ນ 6% ທຽບໃສ່ໄລຍະດຽວກັນປີ2017.

ງານວັນລາວຄັ້ງນີ້ມີການສະແດງສິລະປະວັນນະຄະດີລາຍການຕ່າງໆອັນສະທ້ອນເຖິງວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະເປັນການເຊີນຊວນທ່ອງທ່ຽວລາວ ໄປພ້ອມໆກັນ. ງານຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດມ່ວນຊື່ນແຕ່ຕົ້ນຕະຫລອດປາຍເຊິ່ງໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມງານ ໄອທີອີ ເປັນຢ່າງດີ.

ເນື້ອໃນ: ຂປລ