ໃນໄລຍະຜ່ານມາ, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ບໍລິເວນຊາຍແດນໄດ້ເປັນປົກກະຕິໂດຍ ພື້ນຖານ. ວຽກງານຄຸ້ມຄອງ, ຄວບຄຸມ, ສະກັດກັ້ນ ແລະຕ້ານອາດສະຍາກໍາບັນລຸປະສິດທິຜົນສູງ, ປະຊາຊົນສອງຝ່າຍໄດ້ປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນຫວຽດນາມ-ລາວ ຢ່າງເຂັ້ມງວດ. ພິເສດ, ໄດ້ເພີ່ມທະວີການສົມທົບກັນ, ສ້າງເປັນກໍາລັງແຮງສັງລວມໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດ, ຮັກສາ ແລະເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະພັດທະນາເປັນຢ່າງດີ.

leftcenterrightdel
ທະຫານຊາຍແດນແຂວງກວາງຈີ໋ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສາລະວັນ ລົງນາມໃນບົດບັນທຶກຊ່ວຍຈໍາ. ພາບ: ດິ່ງຕ໋ຽນ.

ເພື່ອປະຕິບັດສາຍພົວພັນໃນວຽກງານການຄຸ້ມຄອງ, ການປົກປັກຮັກສາຊາຍແດນຢ່າງດີ, ບັນດາຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ...ໃນເຂດຊາຍ ແດນ; ໂຄສະນາ, ຂົນຂວາຍ, ສຶກສາປະຊາຊົນປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນຫວຽດນາມ-ລາວ...

ພ້ອມທັງ, ເປັນເສນາທິການໃຫ້ອໍານາດການປົກຄອງສອງຝ່າຍຜັນຂະຫຍາຍບັນດາໂຄງການພັດທະນາເສດຖະກິດ-ສັງຄົມທີ່ຕິດພັນກັບໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຖືກຕ້ອງຕາມສັນຍາກົດລະບຽບຊາຍແດນຫວຽດນາມ-ລາວຢ່າງມີປະສິດທິຜົນ.

 

ໂດຍ: ເກື່ອງດັ້ງ