ທ່ານນາງ ຮສຈ.ປອ ເຈິ່ນ ທິຢາງເຮືອງ ໄດ້ສະ​ແດງ​ຄວາມ​ເຫັນ​ໃຈ ​ແລະຂໍແບ່ງເບົາຄວາມທຸກ​ໂສກຕໍ່ການສູນເສຍທາງ​ດ້ານ​ຊັບ​ສິນ ​ແລະຊີວິດຂອງ​ປະຊາຊົນໃນ​ເຫດການໄພພິບັດຈາກ​ເຂື່ອນ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍຢູ່ແຂວງອັດຕະປື,  ພ້ອມຢືນຢັນວ່າກະຊວງສາທາລະນະສຸກຫວຽດນາມ ພ້ອມທີ່ຈະໃຫ້ການຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ເກີດຂຶ້ນໂດຍການສົ່ງພະນັກງານ, ອຸປະກອນການແພດ ແລະຢາປິ່ນປົວພະຍາດເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະຜົນກະທົບຈາກໄພພິບັດໃນຄັ້ງນີ້ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

leftcenterrightdel
ຫວຽດນາມ ມອບເງິນ 10.000 ໂດລາຊ່ວຍເຫລືອຜູ້ປະສົບໄພພິບັດຢູ່ອັດຕະປື. ພາບ: ຂປລ.

ທ່ານ ວຽງໄຊ ດາລາແສນ ໄດ້ຕາງໜ້າລັດຖະບານ ແລະປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດຖະບານ ແລະປະຊາຊົນຫວຽດນາມ ໂດຍສະເພາະແມ່ນກະຊວງສາທາລະນະສຸກທີ່ໄດ້ໃຫ້ຄວາມຊ່ວຍເຫຼືອ​ແກ່​ປະຊາຊົນ​ທີ່​ປະສົບເຄາະ​ຮ້າຍຈາກໄພພິບັດທີ່ເກີດຂຶ້ນຢູ່ແຂວງອັດຕະປື ແລະຈະນຳເອົາເງິນຊ່ວຍເຫຼືອຄັ້ງນີ້ໄປນຳໃຊ້ເຂົ້າໃນການແກ້ໄຂໄພພິບັດໃຫ້ມີປະສິດທິຜົນສູງສຸດ.

ເນື້ອໃນ: ຂປລ