ບົນຈິດໃຈສາຍພົວພັນສາມັກຄີ, ມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສອງຝ່າຍໄດ້ດໍາເນີນການແລກປ່ຽນ ແລະເຫັນດີລົງນາມໃນບົດບັນທຶກການຮ່ວມມື.

leftcenterrightdel
ພິທີລົງນາມໃນບົດບັນທຶກຮ່ວມມືລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນແຂວງກອນຕູມ ແລະກໍາລັງປ້ອງກັນຄວາມສະຫງົບແຂວງອັດຕະປື ແລະເຊກອງ. ພາບ: ວັນລີ໋.

ສອງຝ່າຍໄດ້ເຫັນດີເປັນເອກະພາບຊີ້ນໍາບັນດາປ້ອມປ້ອງກັນຊາຍແດນຢູ່ເສັ້ນຊາຍແດນຫວຽດນາມ-ລາວ ແລະບັນດາປ້ອມຕຳຫຼວດແຂວງອັດຕະປື, ເຊກອງ ສົມທົບກັນຮັບເອົາ ແລະແກ້ໄຂສະພາບການທີ່ເກີດຂຶ້ນໃນເຂດຊາຍແດນ; ເພີ່ມທະວີການສົມທົບກັນໃນວຽກງານຝຶກອົບຮົມດ້ານວິຊາສະເພາະ...

ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກອນຕູມ ແລະກໍາລັງປ້ອງກັນຄວາມສະຫງົບແຂວງອັດຕະປື ແລະເຊກອງ ກໍ່ເຫັນດີເປັນເອກະສັນກັນວ່າຈະສືບຕໍ່ເປັນເສນາທິການໃຫ້ອໍານາດການປົກຄອງທຸກຂັ້ນຍູ້ແຮງການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງທຸກເງື່ອນໄຂເພື່ອໃຫ້ປະຊາຊົນໄປມາຫາສູ່ກັນ, ພົບປະແລກປ່ຽນ, ຄ້າຂາຍສິນຄ້າຖືກຕ້ອງຕາມຂໍ້ກໍານົດຂອງກົດໝາຍແຕ່ລະປະເທດ.

 

ໂດຍ: ເກື່ອງດັ້ງ