TechConnect ຫວຽດນາມ-ລາວ ໄດ້ຮັບການຈັດຕັ້ງເພື່ອແນໃສ່ເຊື່ອມຕໍ່ບັນດານັກຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີຂອງຫວຽດນາມ ກັບບັນດາອົງການລັດຖະບານ, ປະຊາຄົມວິສາຫະກິດລາວ ເພື່ອຊຸກຍູ້ການຫັນເປັນການຄ້າ, ໝູນໃຊ້ ແລະລົງທຶນເຂົ້າເຕັກໂນໂລຢີໃນບັນດາຂົງເຂດຈຸດສຸມຂອງລາວ ຄື: ຜະລິດປຸງແຕ່ງ, ເກັບຮັກສາບັນດາຜະລິດຕະພັນກະເສດ, ພະລັງງານຜະລິດຄືນໃໝ່, ກໍາຈັດສິ່ງແວດລ້ອມ, ເຕັກໂນໂລຢີຂໍ້ມູນຂ່າວສານ.

ເວທີປາໄສຈະມີບັນດາກອງປະຊຸມສໍາມະນາກ່ຽວກັບເນື້ອໃນຕ່າງໆ: ມາດຕະການສົ່ງເສີມການຖ່າຍທອດເຕັກໂນໂລຢີ ຫວຽດນາມ-ລາວ; ການພັດທະນາກະສິກໍາແບບຍືນຍົງ; ກໍາຈັດສິ່ງແວດລ້ອມ ແລະເຕັກໂນໂລຢີຂໍ້ມູນຂ່າວສານ. ຈຸດພົ້ນເດັ່ນຂອງເວທີປາໄສແມ່ນການເຄື່ອນໄຫວເຊື່ອມຕໍ່, ພົບປະລະຫວ່າງບັນດາຄູ່ຮ່ວມມືຖ່າຍທອດເຕັກໂນໂລຢີຫວຽດນາມ-ລາວ. ການເຄື່ອນໄຫວວາງສະແດງທີ່ TechConnect ຫວຽດນາມ-ລາວ ແນະນໍາບັນດາຜົນການຄົ້ນຄວ້າ ແລະເຕັກໂນໂລຢີທີ່ມີຄວາມສາມາດບົ່ມຊ້ອນຫັນເປັນການຄ້າຂອງຫວຽດນາມ.

leftcenterrightdel
ເຕັກໂນໂລຢີເຄື່ອງພິມ  3D ຂອງມະຫາວິທະຍາໄລເຕັກໂນໂລຢີຮ່າໂນ້ຍ ຈະເຂົ້າຮ່ວມງານວາງສະແດງທີ່ເວທີປາໄສ. ພາບ: ມິງເຟືອງ.

ທ່ານ ຕ້າຫວຽດຢຸງ, ຫົວໜ້າກົມໝູນໃຊ້ ແລະພັດທະນາເຕັກໂນໂລຢີ, ກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໃຫ້ຮູ້ວ່າ, ເພື່ອກະກຽມໃຫ້ເວທີປາໄສ, ກ່ອນໜ້ານັ້ນ, ກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ໄດ້ດໍາເນີນການສໍາຫຼວດຄວາມຕ້ອງການຮັບເອົາເຕັກໂນໂລຢີ, ຄວາມຕ້ອງການຮ່ວມມືຮ່ວມທຸລະກິດອີງໃສ່ເຕັກໂນໂລຢີຂອງບັນດາວິສາຫະກິດ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລຂອງລາວ. ຕາມນັ້ນແລ້ວ, ໄດ້ມີ 13 ຫົວໜ່ວຍຢູ່ລາວ ມີຄວາມຕ້ອງການເຊື່ອມຕໍ່, ແລກປ່ຽນໂດຍກົງກັບບັນດາຄູ່ຮ່ວມມືຫວຽດນາມກ່ຽວກັບຄວາມສາມາດຮັບເອົາ ແລະຖ່າຍທອດເຕັກໂນໂລຢີ.

ໂດຍ: ທູຈາງ