ກ່າວຄໍາເຫັນທີ່ພິທີບໍລິຈາກ, ທ່ານອຸປະທູດ ດວ່ານແອງຕ໋ວນ ໄດ້ຍົກໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ; ພ້ອມທັງຮຽກຮ້ອງໃຫ້ພະນັກງານ, ພາລະກອນສະຖານທູດຫວຽດນາມ ໝົດທຸກຄົນ ແລະບັນດາອົງການຕາງໜ້າຢູ່ຂ້າງສະຖານທູດເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ມຊູຊ່ວຍເຫຼືອກັນ, ນໍ້າໃຈສາມັກຄີອ້າຍນ້ອງບໍລິຈາກເງິນສະໜັບສະໜູນປະຊາຊົນລາວ.

leftcenterrightdel
ບັນດາພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະບັນດາອົງການຕາງໜ້າຫວຽດນາມ ຢູ່ຂ້າງສະຖານທູດ ປະຈໍາ ແມັກຊີໂກ ບໍລິຈາກເງິນສະໜັບສະໜູນປະຊາຊົນລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະບັນດາອົງການຕາງໜ້າຫວຽດນາມ ຢູ່ອ້ອມຂ້າງສະຖານທູດ ປະຈໍາ ແມັກຊີໂກ ບໍລິຈາກເງິນໄດ້ກວ່າ 8,3 ລ້ານດົ່ງ ແລະເງິນຈໍານວນນີ້ໄດ້ຜ່ານບັນດາອົງການກ່ຽວຂ້ອງຈະໄດ້ສົ່ງໄປເຖິງປະຊາຊົນລາວອ້າຍນ້ອງຢ່າງໄລຍະໄວທີ່ສຸດ.

 

ແປໂດຍ: ເກື່ອງດັ້ງ