ໃນໄລຍະເວລາ 45 ວັນ, ນັກສຳມະນາກອນ 40 ຄົນຈະໄດ້ຄົ້ນຄວ້າບາງຫົວເລື່ອງສະເພາະ ຄື: ວຽກງານເສນາທິການ - ພະລາທິການ, ວຽກງານເສນາທິການຢູ່ທ້ອງຖິ່ນ, ວຽກງານຮັບປະກັນນ້ຳມັນເຊື້ອໄຟ; ການນຳໃຊ້ນ້ຳມັນເຊື້ອໄຟ,  ບັນດາບັນຫາລວມກ່ຽວກັບວຽກງານເຕັກນິກ; ການບຳລຸງຮັກສາ, ສ້ອມແປງລົດຈັກ ແລະການຮ່ຳຮຽນເອົາບົດຮຽນວຽກງານພະລາທິການຕົວຈິງຢູ່ບາງກົມກອງ.

leftcenterrightdel
ຜູ້ແທນ ແລະນັກສຳມະນາກອນເຂົ້າຮ່ວມຊຸດຝຶກອົບຮົບ. ພາບ: ຢາງທູຈາງ.

ຜ່ານຊຸດຝຶກອົບຮົບເພື່ອແນໃສ່ຍົກສູງລະດັບທິດສະດີ, ແລກປ່ຽນບົດຮຽນໃນວຽກງານບັນຊາເສນາທິການ-ພະລາທິການ, ວຽກງານນ້ຳມັນເຊື້ອໄຟ, ວຽກງານຂົນສົ່ງ, ວຽກງານຄ້າຍທະຫານ ແລະກໍ່ສ້າງລະບຽບຫຼວງຂະແໜງພະລາທິການກອງທັບປະຊາຊົນຫວຽດນາມ ເພື່ອໃຫ້ພະນັກງານລາວ ທາບທາມ, ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ຊີ້ນຳວຽກງານພະລາທິການຢູ່ບັນດາກົມກອງກອງທັບປະຊາຊົນລາວ. ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບ, ຄວາມສະໜິດຕິດພັນທີ່ເປັນມູນເຊື້ອລະຫວ່າງປະຊາຊົນ, ກອງທັບ ແລະຂະແໜງພະລາທິການກອງທັບສອງປະເທດຫວຽດນາມ - ລາວ.

ແປໂດຍ: ແສງເດືອນ