ພິທີຖະແຫລງຂ່າວໄດ້ຈັດຂຶ້ນ.  ໃນວັນທີ 3 ສິງຫາ 2018 ທີ່ກະຊວງ ວິທະຍາສາດ  ແລະ ເຕັກໂນໂລຊີ, ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີ, ມີບັນດານັກທຸລະກິດ ແລະສື່ມວນຊົນເຂົ້າຮ່ວມ.

leftcenterrightdel
ເປີດງານວາງສະແດງການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ 2018. ພາບ: ຂປລ.

ກອງປະຊຸມພົບປະ ແລະງານວາງສະແດງຜົນງານດັ່ງກ່າວ,  ຈະຈັດຂຶ້ນເປັນຄັ້ງທຳອິດຈຸດປະສົງເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ເປີດໂອກາດ ໃຫ້ບັນດາຜູ້ປະກອບການ ແລະສະຖາບັນຄົ້ນຄວ້າຂອງສອງປະເທດໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ,  ພ້ອມສ້າງເຄືອຂ່າຍສົ່ງເສີມການຜະລິດສິນຄ້າ ແລະສ້າງໂຄງການຮ່ວມມືການຖ່າຍທອດເຕັກໂນໂລຊີໃນອະນາຄົດ.  ໃນກອງປະຊຸມພົບປະ ແລະງານວາງສະແດງດັ່ງກ່າວ,  ຈະມີຜູ້ເຂົ້າຮ່ວມປະມານ 300 ທ່ານຈາກ 150 ພາກສ່ວນທີ່ມາຈາກ  2 ປະເທດລາວ-ຫວຽດນາມ.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ:  ກອງປະຊຸມພົບປະ ແລະງານວາງສະແດງໃນຄັ້ງນີ້,  ຈະເປັນເວທີແລກປ່ຽນເພື່ອສົ່ງເສີມການຮ່ວມມືໃນການຄົ້ນຄວ້າ ແລະຖ່າຍທອດເຕັກໂນໂລຊີລະຫວ່າງພາກລັດ,  ເອກະຊົນ, ສະຖາບັນການຄົ້ນຄວ້າ,  ມະຫາວິທະຍາໄລ, ພາກສ່ວນທຸລະກິດ ແລະຜູ້ປະກອບການທັງສອງປະເທດ,  ແນ່ໃສ່ເຮັດໃຫ້ວຽກງານວິທະຍາສາດ ແລະເຕັກໂນໂລຊີເປັນກຳລັງຂັບເຄື່ອນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະການຫັນປະເທດໃຫ້ເປັນອຸດສາຫະກຳ ແລະທັນສະໄໝເທື່ອລະກ້າວເພື່ອເຮັດໃຫ້ ສປປ ລາວ ຫລຸດພົ້ນຈາກຄວາມດ້ອຍພັດທະນາໃນປີ 2020.

 

ຂ່າວ: ມະນີທອນ