ບັນ​ດາ​ການ​ນຳ​ຂັ້ນ​ສູງຂອງ ສ​ສ ຫວຽດ​ນາມ ເປັນ​ຕົ້ນແມ່ນທ່ານ ຫງວຽນຟຸຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ທ່ານ ເຈີ່ນດ້າຍກວາງ ປະ​ທານ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ, ທ່ານ ຫ​ງວຽນຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ສ ຫວຽດ​ນາມ, ທ່ານນາງ ຫງວຽນທິກີມເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ,  ຕະ​ຫລອດ​ເຖິງທ່ານ ຟາມບິງມິງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ກໍ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈເຖິງທ່ານ ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ແຫ່ງ ສປ​ປ ລາວ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ, ທ່ານນາງ ​ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຫ່ງ ສ​ປ​ປ ລາວ ແລະທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ.

leftcenterrightdel
ນໍ້າຖ້ວມຍ້ອນເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ແຕກເຮັດໃຫ້ປະຊາຊົນປະມານ 1.300 ຄົນປະສົບຜົນກະທົບ. ພາບ: Agencies.

ທ່ານ ຫງວຽນບ໋າຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ​ລາວ ໄດ້ຖະ​ແຫລງ​ຕໍ່​ສື່ມວນ​ຊົນໃນ​ວັນ​ທີ 31 ກໍ​ລະ​ກົດ 2018 ທີ່​ນະ​ຄອນ​ຫລວງວຽງ​ຈັນວ່າ: ​ພາຍຫລັງ​ຈາກ​ເກີດ​ເຫດ​ການ​ໄພ​ພິ​ບັດໃນ​ຄືນ​ວັນ​ທີ 23 ກໍ​ລະ​ກົດໃນ​ຕອນ​ແລງ​ຂອງວັນ​ທີ 24 ກໍ​ລະ​ກົດ 2018, ທ່ານ ຫງວຽນຊວນ​ຟຸກ ກໍ​ໄດ້​ໂທ​ລະ​ສັບ​ໂອ້​ລົມ​ສົນ​ທະ​ນາກັບທ່ານ ທອງ​ລຸນ ສີ​ສຸ​ລິດ ເພື່ອ​ແບ່ງ​ເບົາ​ຄວາມ​ທຸກ​ໂສກ​ທີ່​ເກີດ​ຂຶ້ນ​ກັບ​ປະ​ຊາ​ຊົນ​ລາວ ທີ່​ແຂວງ​ ອັດ​ຕະ​ປື, ​ພ້ອມ​ຢືນ​ຢັນ​ວ່າ  ພັກ-ລັດ​ຖະ​ບານ ແລະປະ​ຊາ​ຊົນ​ຫວຽດ​ນາມ ພ້ອມ​ຈະ​ໃຫ້​ການ​ຊ່ວຍ​ເຫລືອແກ່​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ. ບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ຄວາມ​ສາ​ມັກ​ຄີ​ພິ​ເສດ  ແລະການຮ່ວມ​ມື​ຮອບ​ດ້ານລະ​ຫວ່າງສອງ​ຊາດ ຫວຽດ​ນາມ-ລາວ ເພື່ອ​ຮ່ວມ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ແລະຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ, ລັດ​ຖະ​ບານ​ຫວຽດ​ນາມ​ ໄດ້​ຊ່ວຍ​ເຫລືອ​ເງິນຈຳ​ນວນ 2 ແສນ​ໂດ​ລາ​ສະ​ຫະ​ລັດ  ແລະເຂົ້າ​ສານ​ຈຳ​ນວນ 100 ໂຕນ  ແກ່​ລັດ​ຖະ​ບານ​ລາວ, ສ່ວນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກໍ​ໄດ້ແນະ​ນຳ​ໃຫ້​ກອງ​ພົນ​ທີ 5 ​ສົ່ງກຳ​ລັງ​ພົນທະ​ຫານ​ຈຳ​ນວນ 100 ຄົນ, ພ້ອມ​ດ້ວຍ​ລົດ​ຂົນ​ສົ່ງຈຳ​ນວນ 9 ຄັນເພື່ອ​ບັນ​ທຸກເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ, ອາ​ຫານ​ແຫ້ງ, ນ້ຳ​ດື່ມ ແລະຢາ​ປົວ​ພະ​ຍາດມູນຄ່າ 450 ລ້ານ​ດົງເຂົ້າ​ໄປ​ຊ່ວຍ​ເຫລືອ​ໃນ​ເຂດ​ປະ​ສົບໄພ​ພິ​ບັດ. ນອກນັ້ນ, ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ ຮ​ວາງ​ແອງ​ຢາ​ລາຍ  ກໍ​ໄດ້​ສົ່ງ​ທ່ານ​ໝໍ ແລະຜູ້​ຊ່ຽວ​ຊານ ເຂົ້າ​ໄປ​ຊ່ວຍ​ເຫລືອ​ແຈກ​ຢາຍ​ຢາໃນ​ເຂດ​ດັ່ງ​ກ່າວ​ນຳ​ອີກ.

ໃນ​ຂະ​ນະ​ດຽວ​ກັນ, ສະ​ຖານ​ທູດ​ຫວຽດ​ນາມ, ຮ່ວມ​ກັບ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ລາວ, ບັນ​ດາ​ວິ​ສາ​ຫະ​ກິດ ​ແລະຊາວ​ຄ້າ​ຂາຍທີ່​ດຳ​ເນີນທຸ​ລະ​ກິດ​ຢູ່​ລາວ ​ກໍໄດ້ໃຫ້​ການ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ໄພເປັນຈຳ​ນວນ​ເງິນປະ​ມານ 370 ລ້ານ​ກີບ  ແລະ 582.000 ກວ່າ​ໂດ​ລາ​ສະ​ຫະ​ລັດ. ໃນ​ນີ້, ສຳ​ລັບ​ສະ​ຖານ​ທູດຫວຽດ​ນາມ​ ປະ​ຈຳ ສ​ປ​ປ ລາວ ໄດ້​ຊ່ວຍ​ເງິນ​ຈຳ​ນວນ 15 ລ້ານ​ກີບ; ສະ​ຖານ​ກົງ​ສູນຫວຽດ​ນາມ  ​ປະ​ຈຳ ​ນະ​ຄອນ ​ປາກ​ເຊ 5 ລ້ານ​ກີບ, ສະ​ມາ​ຄົມ​ຫວຽດ​ນາມ​ ປະ​ຈຳ ​ລາວ;  ສະ​ມາ​ຄົນ​ຫວຽດ​ນາມ ຢູ່​ນະ​ຄອນ​ຫລວງວຽງ​ຈັນ 50 ລ້ານ​ກີບ; ສະ​ມາ​ຄົມ​ຫວຽດ​ນາມ​ ຢູ່ອັດ​ຕະ​ປື 50 ລ້ານກີບ; ບໍ​ລິ​ສັດ​ສະ​ຕາໂທ​ລະ​ຄົມ 300 ລ້ານ, ກຸ່ມບໍ​ລິ​ສັດ ​ຮ​ວາງ​ແອງ​ຢາ​ລາຍ ສະ​ໜອງ​ເຂົ້າ​ສານ 50 ໂຕນ ແລະໝີ່​ອີກ 1 ແສນ​ຫໍ່, ປາ​ແຫ້ງ 5 ໂຕນ, ເຄື່ອງ​ນຸ່ງ 2 ພັນ​ຊຸດ; ບໍ​ລິ​ສັດໄຟ​ຟ້າ ຊາງ​ດົງ ຊ່ວຍ​ເງິນ 50 ລ້ານ​ດົງ; ບໍ​ລິ​ສັດ​ໄຟ​ຟ້າ ຫວຽດ-ລາວ ຊ່ວຍ 31 ພັນ​ໂດ​ລາ​ສະ​ຫະ​ລັດ ແລ​ະພາກ​ສ່ວນ​ອື່ນໆ​ອີກ.

ສ່ວນຊາວ​ຫວຽດ​ນາມ ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ໄພ​ພິ​ບັດ​ແມ່ນມີ​ຈຳ​ນວນ 4 ຄອບ​ຄົວ, ພົນ​ລະ​ເມືອງ 20 ຄົນ ແລະກຳ​ມະ​ກອນ​ຈຳ​ນວນ 9 ຄົນ, ເຊິ່ງ​ທັງ​ໝົດ​ມີ​ຄວາມ​ປອດ​ໄພ​.

 

ຂ່າວ: ຣາ​ຊະ​ວົງ