leftcenterrightdel
ບັນຍາກາດທີ່ການເຮັດວຽກລະຫວ່າງກົມໃຫຍ່ການເມືອງ, ກະຊວງປ້ອງກັນຄວາມສະຫງົບລາວ ແລະກົມໃຫຍ່ການເມືອງຕຳຫຼວດປະຊາຊົນ, ກະຊວງຕຳຫຼວດຫວຽດນາມ. ພາບ: anninhthudo.vn.

ທີ່ການເຮັດວຽກ, ສອງຝ່າຍພ້ອມກັນຫວນຄືນສາຍພົວພັນມິດຕະພາບແບບພິເສດ, ຄວາມສະໜິດຕິດພັນສັດຊື່ບໍລິສຸດລະຫວ່າງ ຫວຽດນາມ-ລາວ. ໃນນັ້ນ, ສາຍພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ສືບຕໍ່ໄດ້ຮັບການປັບປຸງ, ເປີດກວ້າງໃນທຸກດ້ານ; ໄວໜຸ່ມຕຳຫຼວດສອງປະເທດຢູ່ລຽບຕາມຊາຍແດນໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວອາສາສະໝັກຫຼາຍຢ່າງໜູນຊ່ວຍປະຊາຊົນ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ. ສອງຝ່າຍໄດ້ປືກສາຫາລື, ເປັນເສນາທິການ ແລະສະເໜີຫຼາຍເນື້ອໃນຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນວຽກງານກໍ່ສ້າງກຳລັງ, ວຽກງານມະຫາຊົນ; ເຫັນດີເປັນເອກະພາບກັນຊຸກຍູ້ການຮ່ວມມື, ໜູນຊ່ວຍຮອບດ້ານລະຫວ່າງສອງກະຊວງ ໃນໄລຍະຈະມາເຖິງ.

ແປໂດຍ: ທູຮັ່ງ