ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລແທ່ງລອງ ສະເໜີໃຫ້ທ່ານນາຍົກລັດຖະມົນຕີລາວ ເອົາໃຈໃສ່, ຊີ້ນຳກະຊວງພາຍໃນ, ກະຊວງຍຸຕິທຳ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະບັນດາແຂວງຊາຍແດນຂອງລາວ ທີ່ຕິດກັບຫວຽດນາມ ຍູ້ໄວຄວາມຄືບໜ້າໃນການປະຕິບັດຂໍ້ຕົກລົງ; ຕັ້ງໜ້າສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ  ປະຕິບັດການໃຫ້ສັນຊາດໃຫ້ແກ່ຄົນລາວ ທີ່ພວມດຳລົງຊີວິດຢູ່ເຂດຊາຍແດນຂອງຫວຽດນາມ ແລະໃຫ້ຄົນຫວຽດນາມ ທີ່ພວມດຳລົງຊີວິດຢູ່ເຂດຊາຍແດນຂອງລາວ ເພື່ອແນໃສ່ແກ້ໄຂບັນຫາອົບພະຍົບເສລີ, ການສົມລົດໂດຍບໍ່ຈົດທະບຽນໃນເຂດຊາຍແດນຫວຽດນາມ-ລາວ ໂດຍພື້ນຖານ, ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ປ້ອງກັນ, ຕ້ານ, ສະກັດກັ້ນການອົບພະຍົບຄືນໃໝ່ ແລະການອົບພະຍົບເສລີໃໝ່.

leftcenterrightdel
ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ເລແທ່ງລອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເນັ້ນໜັກວ່າການຮ່ວມມືໃນວຽກງານຍຸຕິທໍາລະຫວ່າງສອງປະເທດມີບົດບາດສໍາຄັນທີ່ສຸດ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດປົກປັກຮັກສາເສັ້ນຊາຍແດນຮ່ວມລະຫວ່າງສອງປະເທດ; ກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຄວາມສາມັກຄີ ແລະພ້້ອມກັນພັດທະນາ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ.

ທ່ານນາຍົກລັດຖະມົນຕີລາວ ຫວັງວ່າ ທີ່ກອງປະຊຸມ, ກະຊວງຍຸຕິທຳສອງປະເທດຈະຊອກໄດ້ວິທີການແກ້ໄຂທີ່ເໝາະສົມທີ່ສຸດເພື່ອແກ້ໄຂບັນດາບັນຫາອົບພະຍົບເສລີ ແລະການສົມລົດໂດຍບໍ່ຈົດທະບຽນ. ທ່ານນາຍົກລັດຖະມົນຕີລາວ ກໍ່ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຫວຽດນາມ ຈະສືບຕໍ່ໜູນຊ່ວຍກະຊວງຍຸຕິທຳລາວ ໃນວຽກງານສ້າງກົດໝາຍ, ບໍາລຸງສ້າງຊັບພະຍາກອນມະນຸດ ແລະບົດຮຽນໃນການແກ້ໄຂບັນດາຄະດີຕ່າງໆ.

 

ແປໂດຍ: ກວຽດເຕິມ