leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ. ລາວ ບຸນຍັງ ວໍລະຈິດ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ມີການເຈລະຈາກັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະມີການພົບປະກັບທ່ານປະທານປະເທດ ເຈິ່ນດ້າຍກວາງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ. ລາວ ບຸນຍັງ ວໍລະຈິດ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ. ລາວ ບຸນຍັງ ວໍລະຈິດ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ສອງຝ່າຍໄດ້ຢັ້ງຢືນ ແລະເນັ້ນໜັກເຖິງຄວາມສຳຄັນ, ຄວາມໝາຍຍຸດທະສາດຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ; ເຫັນດີເປັນເອກະພາບທີ່ຖືວ່າ, ການພົວພັນສາມັກຄີແບບພິເສດ, ບໍລິສຸດຜຸດຜ່ອງ, ຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໂດຍປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່ ແລະປະທານ ໄກສອນພົມວິຫານ ທີ່ແສນເຄົາລົບຮັກພ້ອມກັບການນໍາຮຸ້ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ, ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນຊັບສົມບັດອັນລໍ້າຄ່າລວມ, ເປັນປັດໄຈທີ່ມີຄວາມໝາຍເປັນຕາຍສໍາລັບອະນາຄົດຂອງສອງປະເທດ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ. ລາວ ບຸນຍັງ ວໍລະຈິດ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາໃໝ່ໃນສາຍພົວພັນລະຫວ່າງສອງພັກ, ສອງລັດໃນທຸກໆຂົງເຂດໃນໄລຍະຜ່ານມາ, ພິເສດແມ່ນຜົນສໍາເລັດຂອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2017, ສ້າງພື້ນຖານຢ່າງສະດວກເພື່ອໃຫ້ສອງພັກ, ສອງລັດສືບຕໍ່ຮັດແໜ້ນ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່.

 

ແປໂດຍ: ຫງວຽນກຸກ