ເຂົ້າຮ່ວມພິທີໄຂມີທ່ານພົນໂທ ເຈິ່ນເດີນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ທ່ານພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ...

leftcenterrightdel
ພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງວິສາຫະກິດສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2018 ໄດ້ດຶງດູດກວ່າ 140 ຫົວໜ່ວຍ, ວິສາຫະກິດຂອງສອງປະເທດເຂົ້າຮ່ວມດ້ວຍກວ່າ 200 ຮ້ານວາງຂາຍສິນຄ້າໃນເນື້ອທີ່ປະມານ 6.000 m2. ເຂດງານຕະຫຼາດນັດຂອງບັນດາວິສາຫະກິດຫວຽດນາມ ມີຮ້ານວາງຂາຍສິນຄ້າ 120 ຮ້ານດ້ວຍເກືອບ 90 ຫົວໜ່ວຍ, ວິສາຫະກິດເຂົ້າຮ່ວມ, ຮ້ານດັ່ງກ່າວໄດ້ວາງຂາຍບັນດາປະເພດສິນຄ້າ, ຜະລິດຕະພັນມີຄຸນນະພາບ, ມີອິດທິພົນຊື່ສຽງຢູ່ພາຍໃນປະເທດ ແລະສົ່ງອອກ ຄື: ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ສິນໃນນ້ຳ, ເຄື່ອງສິລະປະຫັດຖະກໍາ, ເຄື່ອງກໍ່ສ້າງ, ວັດສະດຸກໍ່ສ້າງ... ເຂດງານຕະຫຼາດນັດຂອງບັນດາວິສາຫະກິດລາວ ມີປະມານ 80 ຮ້ານວາງຂາຍສິນຄ້າດ້ວຍກວ່າ 50 ວິສາຫະກິດເຂົ້າຮ່ວມ.

 

ແປໂດຍ: ເຈິ່ນຮວ່ຽນ