leftcenterrightdel
ການນໍາກອງບັນຊາການທະຫານເຂດ 4 ມອບຊໍ່ດອກໄມ້ໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: qdnd.vn.

ຕາງໜ້າກອງບັນຊາການທະຫານເຂດ 4, ທ່ານພົນຈັດຕະວາ ຮ່າເຕີນຕ໋ຽນ, ຮອງຜູ້ບັນຊາການທະຫານເຂດ 4 ໄດ້ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີລາວ ຮັບຊາບໂດຍຫຍໍ້ໝາກຜົນການເຄື່ອນໄຫວກ່ຽວກັບການພົວພັນຮ່ວມມືລະຫວ່າງທະຫານເຂດ 4 ແລະ ລາວ. ຕາມນັ້ນແລ້ວ, ກອງບັນຊາການທະຫານເຂດ 4 ຍາມໃດກໍ່ຊີ້ນໍາບັນດາອົງການ, ກົມກອງຂອງທະຫານເຂດ 4 ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງ, ທ້ອງຖິ່ນຂອງ ລາວ ທີ່ຮ່ວມຊາຍແດນປະຕິບັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງສອງພັກ, ສອງລັດ ເປັນຢ່າງດີ.

leftcenterrightdel
ພິທີຂໍ່ານັບຮັບຕ້ອນທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລາວ ພ້ອມດ້ວຍຄະນະປະຕິບັດງານມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານເຂດ 4. ພາບ: qdnd.vn.

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີລາວ ພ້ອມກັບການນໍາກອງບັນຊາການທະຫານເຂດ 4 ໄດ້ເຫັນດີເປັນເອກະພາບຕໍ່ທິດທາງເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງກໍາລັງປະກອບອາວຸດທະຫານເຂດ 4 ກັບບັນດາກົມກອງ, ທ້ອງຖິ່ນຂອງ ລາວ ຕາມບັນດາເນື້ອໃນທີ່ໄດ້ລົງນາມ, ເພື່ອແນໃສ່ຜັນຂະຫຍາຍການປະຕິບັດບັນດາໂຄງການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສົມທົບກັນປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ສອງເສັ້ນຊາຍແດນ, ປະກອບສ່ວນຮັດແໜ້ນການພົວພັນສາມັກຄີມິດຕະພາບລະຫວ່າງສອງພັກ, ສອງລັດຫວຽດນາມ-ລາວ.

ແປໂດຍ: ກວຽດເຕິມ