leftcenterrightdel
ທ່ານພົນຈັດຕະວາ ຫງວຽນດີ່ງຕ໋ຽນ ມອບດອກໄມ້ໃຫ້ທ່ານພັນເອກ ສີສະຫວັນ ກົມມະເມືອງ. ພາບ: baoquankhu5.vn.

ທີ່ການຕ້ອນຮັບ, ຕາງໜ້າຄະນະປະຈໍາຄະນະພັກ-ກອງບັນຊາການທະຫານເຂດ, ທ່ານພົນຈັດຕະວາ ຫງວຽນດີ່ງຕ໋ຽນ, ຮອງຜູ້ບັນຊາການທະຫານເຂດໄດ້ແນະນໍາບາງຈຸດຕົ້ນຕໍກ່ຽວກັບເງື່ອນໄຂທຳມະຊາດ, ປະຫວັດສາດ, ມູນເຊື້ອ, ວັດທະນະທໍາຂອງກອງທັບ ແລະປະຊາຊົນທະຫານເຂດ 5; ບັນດາຜົນງານໃນສາຍພົວພັນການຮ່ວມມືລະຫວ່າງສອງປະເທດຫວຽດນາມ ແລະລາວ; ພິເສດແມ່ນລະຫວ່າງທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ກັບກອງພົນ 5 ແລະ 4 ແຂວງພາກໃຕ້ລາວໃນໄລຍະຜ່ານມາ.

ທ່ານພົນຈັດຕະວາ ຫງວຽນດີ່ງຕ໋ຽນ ຫວັງວ່າຜ່ານການພົບປະ ແລະບັນດາການເຄື່ອນໄຫວຂອງຄະນະຢູ່ທະຫານເຂດ 5 ຈະປະກອບສ່ວນເພີ່ມທະວີສາຍພົວພັນອັນດີງາມລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: baoquankhu5.vn.

ຕາງໜ້າຄະນະ, ທ່ານພັນເອກ ສີສະຫວັນ ກົມມະເມືອງ ສະແດງຄວາມປິຕິຊົມຊື່ນ, ຂອບໃຈຕໍ່ການຕ້ອນຮັບຢ່າງຮອບຄອບອົບອຸ່ນຂອງຄະນະປະຈໍາຄະນະພັກ-ກອງບັນຊາການທະຫານເຂດ 5; ການຊ່ວຍເຫຼືອຢ່າງຈິງໃຈ, ມີປະສິດທິຜົນຂອງກໍາລັງປະກອບອາວຸດທະຫານເຂດ 5 ສະຫງວນໃຫ້ກອງທັບ ແລະປະຊາຊົນລາວ, ພິເສດແມ່ນການຊ່ວຍເຫຼືອກອງພົນ 5 ແລະ 4 ແຂວງພາກໃຕ້ລາວ. ເຊື່ອໝັ້ນວ່າ, ນໍ້າໃຈສະໜິດຕິດພັນຢ່າງເລິກເຊິ່ງລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດນັບມື້ນັບໝັ້ນແກ່ນ.

 

ແປໂດຍ: ກວຽດເຕິມ