leftcenterrightdel
ທ່ານພັນເອກພິເສດ ຫງວຽນຍືແບກ, ຮອງຫົວໜ້າການເມືອງທະຫານເຂດ 2 ຕ້ອນຮັບຄະນະປະຕິບັດງານ. ພາບ: ເຈື່ອງຢູງ.

ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ຫງວຽນຍືແບກ ໄດ້ແນະນໍາໂດຍສັງເຂບກ່ຽວກັບພາລະບົດບາດ, ໜ້າທີ່ຂອງຂະແໜງໄອຍະການທະຫານທະຫານເຂດ 2; ພ້ອມທັງຢືນຢັນວ່າໃນຊຸມປີຜ່ານມາອົງການໄອຍະການທະຫານທະຫານເຂດ 2 ຍາມໃດກໍ່ປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງ ແລະໄດ້ຮັບການຕີລາຄາສູງຈາກຫົວໜ້າກອງບັນຊາການທະຫານເຂດ, ອົງການໄອຍະການທະຫານສູນກາງ ແລະບັນດາອົງການໄອຍະການຢູ່ບໍລິເວນ 9 ແຂວງ. ທ່ານປາຖະໜາວ່າໃນໄລຍະຈະມາເຖິງອົງການໄອຍະການທະຫານທະຫານເຂດ  2 ແລະອົງການໄອຍະການຂັ້ນສູງກອງທັບປະຊາຊົນລາວ ເພີ່ມທະວີການພົວພັນຮ່ວມມືຢ່າງເລິກເຊິ່ງ ແລະກວ້າງຂວາງໃນຫຼາຍຂົງເຂດກວ່າອີກ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງກົມກອງ.

leftcenterrightdel
ຫົວໜ້າຫ້ອງການເມືອງ ແລະບັນດາອົງການທີ່ກ່ຽວຂ້ອງຖ່າຍຮູບເປັນທີ່ລະນຶກພ້ອມກັບຄະນະພະນັກງານອົງການໄອຍະການຂັ້ນສູງກອງທັບປະຊາຊົນລາວ. ພາບ: ເຈື່ອງຢູງ.

ທ່ານພັນຕີ ພອນທິດ ລາດວຽງພອນ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ນໍ້າໃຈອັນອົບອຸ່ນຂອງທ່ານຮອງຫົວໜ້າການເມືອງທະຫານເຂດ 2 ແລະອົງການໄອຍະການທະການທະຫານເຂດ 2 ທີ່ສະຫງວນໃຫ້ແກ່ຄະນະ ແລະມີຄວາມປາຖະໜາວ່າໃນວິວັດການປະຕິບັດງານຢູ່ທະຫານເຂດນັ້ນ, ກອງບັນຊາການທະຫານເຂດ 2, ຫ້ອງການເມືອງທະຫານເຂດ ແລະໂດຍສະເພາະແມ່ນອົງການໄອຍະການທະຫານເຂດ 2 ຈະສ້າງເງື່ອນໄຂຊ່ວຍເຫຼືອຄະນະໃນການພົບປະແລກປ່ຽນ, ແລກປ່ຽນດ້ານວິຊາສະເພາະກ່ຽວກັບການໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງຢູ່ກົມກອງ.

 

ແປໂດຍ: ດັ້ງເກື່ອງ