ທີ່ກອງປະຊຸມ, ສອງຝ່າຍໄດ້ດຳເນີນການຕີລາຄາໝາກຜົນແຫ່ງການປະຕິບັດບັນດາເນື້ອໃນທີ່ໄດ້ລົງນາມໃນບົດບັນທຶກວາລະປະຊຸມຄັ້ງທີ 22; ເຫັນດີເປັນເອກະພາບຕໍ່ທິດທາງ, ເນື້ອໃນການຮ່ວມມືໃນລະດູແລ້ງ 2018-2019. ປີຜ່ານມາ, ຄະນະປະຕິບັດງານພິເສດຂອງລັດຖະບານ ແລະອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຂອງສອງຝ່າຍ ໄດ້ດຳເນີນການສົມທົບກັນຢ່າງແໜ້ນແຟ້ນ, ຊີ້ນຳການທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ກັບຄືນປະເທດ ແລະຊີ້ນຳການກໍ່ສ້າງອະນຸສາວະລີນ້ຳໃຈແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ ຫວຽດນາມ-ລາວ ຢູ່ແຂວງ ໄຊສົມບູນ, ປະເທດລາວ ຮັບປະກັນຄຸນນະພາບ, ມີຄວາມໝາຍເລິກເຊິ່ງ. ລະດູແລ້ງ 2017-2018, ບັນດາກອງທ້ອນໂຮມຂອງຫວຽດນາມ ໄດ້ຊອກຫາ, ທ້ອນໂຮມໄດ້ 234 ອັດຖິທະຫານເສຍສະຫຼະຊີວິວິດເພື່ອຊາດ ຢູ່ລາວ.

leftcenterrightdel
ຫົວໜ້າຄະນະຜູ້ແທນຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ແລະ ລາວ ລົງນາມໃນບົດບັນທຶກທີ່ວາລະປະຊຸມຄັ້ງທີ 23. ພາບ: ຮວ່າງແທ່ງ.

ກ່ຽວກັບທິດທາງ, ເນື້ອໃນຮ່ວມມືໃນລະດູແລ້ງ 2018-2019, ທ່ານພົນໂທ ເລຈຽມ ເນັ້ນໜັກວ່າ: ຄະນະປະຕິບັດງານພິເສດຂອງລັດຖະບານສອງປະເທດສືບຕໍ່ສົມທົບກັນ, ຊີ້ນຳການຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສປປ ລາວ ກັບຄືນປະເທດ, ຊີ້ນຳການຍູ້ແຮງວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນທຸກຊັ້ນວັນນະສະໜອງຂໍ້ມູນຂ່າວສານກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຍົກສູງປະສິດທິຜົນວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ກັບຄືນປະເທດ.

ແປໂດຍ: ຮຸຍດົງ