ທ່ານພົນຈັດຕະວາ ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານຫວຽດນາມ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ສະຖາບັນປະຫວັດສາດການທະຫານຫວຽດນາມ ໄດ້ຊີ້ນໍາກໍ່ສ້າງຮຽບຮຽງບາງຫົວຂໍ້ສະເພາະກ່ຽວກັບວິທີການຄົ້ນຄວ້າປະຫວັດສາດ, ບັນດາວິຊາສະເພາະປະຫວັດສາດການທະຫານ, ຖອດຖອນບົດຮຽນຄົ້ນຄວ້າຮຽບຮຽງເອກະສານ ເພື່ອສຶກສາ, ຝຶກອົບຮົມ, ຈັດຕັ້ງການຝຶກອົບຮົມໃຫ້ແກ່ພະນັກງານຄົ້ນຄວ້າປະຫວັດສາດການທະຫານຂອງກອງທັບປະຊາຊົນ ລາວ ແລະກອງທັບລາດຊະວົງ ກໍາປູເຈຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມຖ່າຍຮູບຮ່ວມ. ພາບ: ຮວ່າງຫວູ.

ຕາມທ່ານພົນຈັດຕະວາ ຫງວຽນຮວ່າງຍຽນ ແລ້ວ, ໃນໄລຍະເວລາຝຶກອົບຮົມເປັນໜຶ່ງເດືອນຄັ້ງນີ້ ເພື່ອແນໃສ່ສືບຕໍ່ບໍາລຸງສ້າງ, ຍົກສູງຄວາມຮູ້ພື້ນຖານ, ວິທີການ ແລະບົດຮຽນຄົ້ນຄວ້າປະຫວັດສາດການທະຫານ, ສະຫຼຸບສົງຄາມ, ວຽກງານຄຸ້ມຄອງວິທະຍາສາດປະຫວັດສາດການທະຫານໃຫ້ບັນດາພະນັກງານທີ່ເຮັດວຽກງານຄຸ້ມຄອງ ແລະຄົ້ນຄວ້າປະຫວັດສາດໂດຍກົງຂອງກອງທັບປະຊາຊົນ ລາວ. ນີ້ແມ່ນບັນດາເນື້ອໃນພື້ນຖານ, ເປັນພື້ນຖານ ເພື່ອໃຫ້ພະນັກງານກອງທັບປະຊາຊົນ ລາວ ໝູນໃຊ້ໃນການປະຕິບັດວຽກງານຄົ້ນຄວ້າວິທະຍາສາດວິຊາການປະຫວັດສາດການທະຫານຢູ່ສຳນັກງານ, ກົມກອງ, ທ້ອງຖິ່ນ.

 

ແປໂດຍ: ເກື່ອງດັ້ງ