leftcenterrightdel
ບັນຍາກາດທີ່ກອງປະຊຸມສໍໍາມະນາ. ພາບ: ajc.edu.vn.

ຕາມທ່ານ ຮສ.ປອ ເຈືອງງັອກນາມ, ຜູ້ອຳນວຍການສະຖາບັນສື່ມວນຊົນ ແລະໂຄສະນາແລ້ວ, ການຍົກສູງຄຸນນະພາບການບໍາລຸງສ້າງພະນັກງານສື່ມວນຊົນ, ສື່ສານ ໃຫ້ ສປປ ລາວ ແມ່ນບັນຫາການສຶກສາວິທະຍາ ແລະການເມືອງມີຄວາມໝາຍສໍາຄັນ. ການບໍາລຸງສ້າງພະນັກງານສື່ມວນຊົນ, ສື່ສານໃຫ້ປະເທດລາວ ແມ່ນຄວາມຮັບຜິດຊອບ, ພາລະໜ້າທີ່ ແລະອາລົມຈິດຂອງບັນດາຮາກຖານບໍາລຸງສ້າງສື່ມວນຊົນ ຢູ່ຫວຽດນາມ, ໃນນັ້ນມີສະຖາບັນສື່ມວນຊົນ ແລະໂຄສະນາ.

leftcenterrightdel
ທ່ານ ຮສ.ປອ ເຈືອງງອັກນາມ, ຜູ້ອໍຳນວຍການສະຖາບັນສື່ມວນຊົນ ແລະໂຄສະນາຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ajc.edu.vn

ທ່ານ ເຈືອງງອັກນາມ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ວຽກງານບໍາລຸງສ້າງຄວນມີການປ່ຽນແປງທີ່ມີລັກສະນະຍຸດທະສາດ, ໄລຍະຍາວ, ມີແບບແຜນ, ມຸ່ງໄປເຖິງການຍົກສູງຄຸນນະພາບການບໍາລຸງສ້າງ ເພື່ອໃຫ້ພະນັກງານສື່ມວນຊົນ, ສື່ສານຂອງລາວ ທີ່ໄດ້ບໍາລຸງສ້າງຢູ່ຫວຽດນາມ ເປັນຜູ້ທີ່ມີອາຊີບເກັ່ງກ້າ, ໄດ້ການໄດ້ງານ. ສະຖາບັນສື່ມວນຊົນ ແລະໂຄສະນາປາດຖະໜາຢາກຊ່ວຍກໍ່ສ້າງຮາກຖານບໍາລຸງສ້າງກ່ຽວກັບສື່ມວນຊົນ, ສື່ສານທີ່ມີຄຸນນະພາບຢູ່ລາວ.

leftcenterrightdel
ທ່ານ  ສະຫວັນຄອນ ຣາຊະມຸນຕຣີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ມອບຂອງຂວັນທີ່ລະນຶກໃຫ້ສະຖາບັນສື່ມວນຊົນ ແລະໂຄສະນາຫວຽດນາມ. ພາບ: ajc.edu.vn.

ທ່ານ  ສະຫວັນຄອນ ຣາຊະມຸນຕຣີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ເນັ້ນໜັກວ່າ ພັກ, ລັດລາວ ຍາມໃດກໍ່ຖືເປັນສໍາຄັນວຽກງານສື່ມວນຊົນ, ສື່ສານ, ຖືນີ້ແມ່ນເຄື່ອງມືທີ່ແຫຼມຄົມໃນການໂຄສະນາ, ເຜີຍແຜ່ນະໂຍບາຍຂອງພັກ, ລັດ, ພິເສດແມ່ນການໂຄສະນາ, ສຶກສາອົບຮົມນໍ້າໃຈຮັກຊາດ, ປົກປັກຮັກສາລະບອບປະຊາທິປະໄຕ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ລາວຕ້ອງການມີການຊ່ວຍເຫຼືອຂອງຫວຽດນາມ ໃນການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ເລື່ອງບໍາລຸງສ້າງຕ້ອງຕໍ່ເນື່ອງ, ບໍ່ຢຸດຢັ້ງ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນຕົວຈິງ, ສ້າງຖັນແຖວສື່ມວນຊົນໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ.

 

ແປໂດຍ: ກວຽດເຕີມ