ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 11 ມິຖຸນາ, ທີ່ຫໍປະຊຸມໃຫຍ່ແຂວງ ເຊີນລາ, ການນໍາສອງແຂວງ ເຊີນລາ ແລະໄຊສົມບູນ ໄດ້ດໍາເນີນການພົບປະເຈລະຈາ. ທີ່ການພົບປະເຈລະຈາ, ທ່ານ ຮວ່າງວັນເຈິດ, ເລຂາພັກແຂວງ ເຊີນລາ ຕີລາຄາສູງການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງແຂວງ ໄຊສົມບູນ, ທ່ານເລຂາພັກແຂວງ ເຊີນລາ ຖືວ່າ, ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ພ້ອມທັງເນັ້ນໜັກເຖິງເລື່ອງເສີມຂະຫຍາຍມູນເຊື້ອຄວາມສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ, ໃນຊຸມປີຜ່ານມາ, ແຂວງ ເຊີນລາ ຍາມໃດກໍ່ເອົາໃຈໃສ່ ແລະປະຕິບັດວຽກງານໜູນຊ່ວຍບັນດາແຂວງພາກເໜືອຂອງລາວ, ໃນນັ້ນມີແຂວງ ໄຊສົມບູນ ເປັນຢ່າງດີ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາລະຫວ່າງການນໍາສອງແຂວງ. ພາບ: ສໍານັກຂ່າວສານຫວຽດ ນາມ.

ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນໍາແຂວງ ເຊີນລາ, ທ່ານ ທອງລອຍ ສີລິວົງ, ເລຂາພັກແຂວງ, ເຈົ້າແຂວງໆ ໄຊສົມບູນ ຊີ້ແຈ້ງວ່າ: ເຖິງວ່າແຂວງ ໄຊສົມບູນ ບໍ່ມີເສັ້ນຊາຍແດນຕິດກັບຫວຽດນາມ ກໍ່ຕາມ, ແຕ່ກໍ່ມີຫຼາຍຈຸດທີ່ຄ້າຍຄືກັນກັບແຂວງ ເຊີນລາ. ເຊິ່ງແມ່ນແຂວງພູດອຍ, ເສດຖະກິດຕົ້ນຕໍແມ່ນອີງໃສ່ໂຮງງານໄຟຟ້ານໍ້າຕົກ ແລະກະສິກໍາ, ສະນັັ້ນ, ປາດຖະໜາວ່າໃນໄລຍະຈະມາເຖິງສອງແຂວງຈະເພີ່ມທະວີການແລກປ່ຽນບົດຮຽນ, ການຮ່ວມມື ແລະຊ່ວຍເຫຼືອກັນໃນຂົງເຂດນີ້.

leftcenterrightdel
ຜູ້ຕາງໜ້າສອງແຂວງ ເຊີນລາ ແລະໄຊສົມບູນ ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືໄລຍະ 2018-2020. ພາບ: ສໍານັກຂ່າວສານຫວຽດນາມ.

ສິ້ນສຸດການພົບປະເຈລະຈາ, ສອງແຂວງ ເຊີນລາ ແລະໄຊສົມບູນ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືໄລຍະ 2018-2020. ຕາມນັ້ນແລ້ວ, ແຂວງ ເຊີນລາ ຈະໜູນຊ່ວຍແຂວງ ໄຊສົມບູນ ມູນຄ່າ 5 ຕື້ດົ່ງເພື່ອລົງທຶນກໍ່ສ້າງກິດຈະກໍາທີ່ຈໍາເປັນ; ຊ່ວຍກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ...

 

ແປໂດຍ: ຮວ່າງເຈື່ອງ