ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ ສປປ.ລາວ, ທ່ານ ບຸນທອງ ດີວິໄຊ, ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆ ຈໍາປາສັກ ໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ກອງບັນຊາການທະຫານເຂດ 5 ຍ້ອນບັນດາຜົນງານທີ່ດີເດັ່ນຂອງກຳລັງປະກອບອາວຸດທະຫານເຂດ 5 ໃນການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. ໃນຊຸມປີຜ່ານມາ, ກຳລັງປະກອບອາວຸດທະຫານເຂດ 5 ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຂັ້ນ, ບັນດາຂະແໜງການທີ່ກ່ຽວຂ້ອງ, ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ຊ່ວຍເຫຼືອບັນດາກົມກອງປະເທດເພື່ອນມິດລາວ ຄື: ກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ລາວ ແລະໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ, ຜ່ານນັ້ນປະກອບສ່ວນພ້ອມກັນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຕິດພັນກັບການຮັກສາພື້ນຖານປ້ອງກັນຊາດ, ປ້ອງກັນຄວາມໝັ້ນຄົງຂອງສອງປະເທດ.

leftcenterrightdel
ທ່ານ ບຸນທອງ ດີວິໄຊ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ກອງບັນຊາການທະຫານເຂດ 5. ພາບ: ກີມເງິນ.

ກ່າວຄຳເຫັນທີ່ພິທີ, ທ່ານພົນຕີ ຫງວຽນລອງກ໋າງ, ຮອງເລຂາຄະນະພັກ, ຜູ້ບັນຊາການທະຫານເຂດ 5 ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ ແລະລັດລາວ ທີ່ໄດ້ມອບຫຼຽນໄຊອັນສູງສົ່ງ, ພ້ອມທັງຢືນຢັນວ່າ, ໃນໄລຍະຈະມາເຖິງ, ກຳລັງປະກອບອາວຸດທະຫານເຂດ 5 ຈະສືບຕໍ່ເພີ່ມທະວີການກໍ່ສ້າງ, ປັບປຸງການຮ່ວມມືຮອບດ້ານ, ປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ.

 

ແປໂດຍ: ທູຮັ່ງ