ໃນຊຸມປີຜ່ານມາ, ໂດຍປະຕິບັດໜ້າທີ່ ເຊິ່ງ ພັກ, ລັັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມອບໝາຍ, ກໍາລັງປະກອບອາວຸດທະຫານເຂດ 2 ຍາມໃດກໍ່ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບທຸກຂັ້ນ, ທຸກຂະແໜງການທີ່ກ່ຽວຂ້ອງຍູ້ແຮງບັນດາການເຄື່ອນໄຫວຊ່ວຍເຫຼືອບັນດາກົມກອງ, ທ້ອງຖິ່ນໃນບໍລິເວນບັນດາແຂວງພາກເໜືອຂອງລາວພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ ຕິດພັນກັບການເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງກໍາລັງປະກອບອາວຸດທະຫານເຂດ 2 ແລະບັນດາກົມກອງ, ທ້ອງຖິ່ນໃນບໍລິເວນບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະ.

leftcenterrightdel
ໂດຍໄດ້ຮັບມອບສິດຈາກປະທານປະເທດແຫ່ງ ສປປ ລາວ, ທ່ານ ເພັດຖາວອນ ພິລາວັນ ຕິດຫຼຽນໄຊມິດຕະພາບໃສ່ທຸງໄຊຂອງກໍາລັງປະກອບອາວຸດທະຫານເຂດ 2. ພາບ: ໂງຮຸ່ງ.

ໂດຍໄດ້ຮັບມອບສິດຈາກປະທານປະເທດແຫ່ງ ສປປ ລາວ, ທ່ານ ເພັດຖາວອນ ພິລາວັນ, ເຈົ້າແຂວງໆ ຫຼວງນໍ້າທາ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ກອງບັນຊາການທະຫານເຂດ 2; ພ້ອມທັງກ່າວຄໍາເຫັນຍ້ອງຍໍນໍ້າໃຈສາມັກຄີມິດຕະພາບແບບພິເສດ, ຄວາມສັດຊື່ບໍລິສຸດລະຫວ່າງສອງຊາດຫວຽດນາມ-ລາວ, ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງກອງທັບປະຊາຊົນ ຫວຽດນາມ ແລະກໍາລັງປະກອບອາວຸດທະຫານເຂດ 2 ສໍາລັບບັນດາກົມກອງ, ທ້ອງຖິ່ນໃນບໍລິເວນພາກເໜືອຂອງລາວ, ໃນນັ້ນມີແຂວງ ຫຼວງນໍ້າທາ.

 

ແປໂດຍ: ທູຈາງ