leftcenterrightdel
ທ່ານ ບຸ່ຍຊວນຮວ່າ, ຮອງເລຂາຜູ້ປະຈໍາການພັກແຂວງ ຖ໋າຍງວຽນ ແລກປ່ຽນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຮັດວຽກ, ທ່ານ ບຸ່ຍຊວນຮວ່າ, ຮອງເລຂາຜູ້ປະຈໍາການພັກແຂວງ, ປະທານສະພາປະຊາຊົນແຂວງ ຖ໋າຍງວຽນ ໄດ້ແຈ້ງໃຫ້ຄະນະຮັບຊາບໂດຍຫຍໍ້ກ່ຽວກັບສະພາບເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະວຽກງານຈັດຕັ້ງກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຂອງແຂວງ.

leftcenterrightdel
ທ່ານ ຈັນສີ ໂພສີຄໍາ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດ ລາວ ມອບຂອງຂວັນທີ່ລະນຶກໃຫ້ແກ່ການນໍາແຂວງ ຖ໋າຍງວຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຈັນສີ ໂພສີຄໍາ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນຂອງແຂວງ ຖ໋າຍງວຽນ ທີ່ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ. ພິເສດແມ່ນບັນດາບົດຮຽນອັນລໍ້າຄ່າໃນການຈັດຕັ້ງປະຕິບັດບັນດາມະຕິຂອງພັກ. ທ່ານ ຈັນສີ ໂພສີຄໍາ ກໍ່ຢັ້ງຢືນເຖິງການພົວພັນແບບພິເສດ, ຄວາມສາມັກຄີສັດຊື່ບໍລິສຸດ, ສະໜິດຕິດພັນ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

 

ແປໂດຍ: ຮວ່າງເຈື່ອງ