ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຊົມເຊີຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໂດຍທ່ານພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ນໍາໜ້າເຂົ້າຮ່ວມກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຄັ້ງທີ IX (ປີ 2018) ຢູ່ ຫວຽດນາມລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທ່ານພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະທ່ານພົນຕີ ກົງທອງ ພົງວິຈິດ ຖືວ່າ, ກໍາລັງຕໍາຫຼວດສອງປະເທດຄວນເພີ່ມທະວີການສົມທົບກັນປະຕິບັດແຜນນະໂຍບາຍຂອງການນໍາຂັ້ນສູງສອງພັກ, ສອງລັດໃນການຮັບປະກັນຄວາມສະຫງົບແຫ່ງຊາດ, ປົກປັກຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ແຕ່ລະປະເທດໃນທຸກສະພາບການເປັນຢ່າງດີ; ສືບຕໍ່ຜັນຂະຫຍາຍມູນເຊື້ອຮ່ວມມືຢ່າງແໜ້ນແຟ້ນ, ແທດຈິງກວ່າອີກ, ເດັດດ່ຽວບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ໂດຍບັງເອີນຕໍ່ທຸກກົນອຸບາຍຂອງບັນດາອິດທິກໍາລັງທີ່ເປັນປໍລະປັກເພື່ອທໍາລາຍຄວາມສະຫງົບແຫ່ງຊາດຢູ່ແຕ່ລະປະເທດ ແລະແບ່ງແຍກນໍ້າໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ.

ໃນໂອກາດນີ້, ທ່ານພົນຕີ ກົງທອງ ພົງວິຈິດ ຢືນຢັນວ່າ, ກະຊວງປ້ອງກັນຄວາມສະຫງົບລາວ ຍາມໃດກໍ່ຈົດຈໍາ ແລະຮູ້ບຸນຄຸນຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງກໍາລັງຕໍາຫຼວດຫວຽດນາມ ກ່ຽວກັບພື້ນຖານວັດຖຸ, ອຸປະກອນເຕັກນິກຮັບໃຊ້ວຽກງານຮັບປະກັນຄວາມສະຫງົບຂອງລາວ. ກະຊວງປ້ອງກັນຄວາມສະຫງົບລາວ ຈະມານະພະຍາຍາມເພື່ອແນໃສ່ນໍາບັນດາຂົງເຂດຮ່ວມມືກັບກະຊວງຕໍາຫຼວດຫວຽດນາມ ບັນລຸປະສິດທິຜົນກວ່າອີກ, ປະກອບສ່ວນເຂົ້າໃນການປົກປັກຮັກສາສາຍພົວພັນສັດຊື່ບໍລິສຸດ ລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ.

 

ແປໂດຍ: ຮວ່າງເຈື່ອງ