leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບກ່ຽວກັບໝາກຜົນອັນດີງາມຂອງການເຈລະຈາກັບທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ທ່ານພົນໂທ ສຸວອນ ເລືອງບຸນມີ ໃຫ້ຮູ້ວ່າ, ສອງຝ່າຍໄດ້ຕີລາຄາຮອບດ້ານໝາກຜົນແຫ່ງການຮ່ວມມືໃນປີ 2017 ແລະເຫັນດີເປັນເອກະພາບຕໍ່ບັນດາທິດທາງຮ່ວມມືຢ່າງລະອຽດໃນປີ 2018 ແລະໃນໄລຍະຕໍ່ໄປ.

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ; ສະເໜີສອງຝ່າຍສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບສອງປະເທດໃຫ້ນັບມື້ນັບພັດທະນາອັນດີງາມໃນອະນາຄົດ.

ທ່ານນາຍົກລັດຖະມົນຕີກໍ່ສະແດງຄວາມເຊື່ອໝັ້ນວ່າສາຍພົວພັນອັນດີງາມລະຫວ່າງກອງທັບສອງປະເທດຈະປະກອບສ່ວນປັບປຸງ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດກວ່າອີກ; ຮັບປະກັນຮັກສາສະຖຽນລະພາບ, ຄວາມໝັ້ນຄົງດ້ານການເມືອງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ. ພາບ: ຈ້ອງຫາຍ.

ກ່ອນໜ້ານັ້ນໃນວັນດຽວກັນ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ.

 

ແປໂດຍ: ກວຽດເຕິມ