ໃນລະຫວ່າງວັນທີ 28 ແລະ 29 ເມສາ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ ໄດ້ສົມທົບກັບຄະນະກຸສົນ ວັດ ລີງເຊີນ (ຮ່າໂນ້ຍ) ຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນໃຫ້ແກ່ປະຊາຊົນຕາແສງ ຊີຟາຟີ່ນ, ເມືອງ ເນິ້ມໂຟ່, ແຂວງ ດ້ຽນບຽນ ແລະບ້ານ ຫວຍຫຼ້າ, ເມືອງໃໝ່, ແຂວງ ຜົ້ງສາລີ, ປະເທດລາວ.

leftcenterrightdel
ບັນດາແພດ, ທ່ານໝໍ ກວດຄວາມດັນເລືອດໃຫ້ແກ່ປະຊາຊົນ. ພາບ: bien phong.com.vn.

ຄະນະໄດ້ດໍາເນີນການກວດພະຍາດ, ໃຫ້ຄໍາປຶກສາສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນກວ່າ 1.500  ເທື່ອຄົນສັງກັດ 13 ບ້ານສອງຟາກຊາຍແດນ. ບັນດາພະຍາດເຊິ່ງພໍ່ແມ່ປະຊາຊົນເປັນນັ້ນຕົ້ນຕໍແມ່ນກ່ຽວຂ້ອງເຖິງທາງລະບົບຫາຍໃຈ, ຜິວໜັງອັກເສບ... ນອກຈາກນັ້ນ, ຄະນະແພດ, ທ່ານໝໍ ໄດ້ແຈກຢາຍຢາປະເພດຕ່າງໆໂດຍບໍ່ເສຍຄ່າຄື: ຢາປົວກະເພາະ, ຢາຕ້ານເຊື້ອ, ຢາບຳລຸງໃຫ້ແກ່ເດັກນ້ອຍດ້ວຍຍອດມູນຄ່າ ກວ່າ  150  ລ້ານດົ່ງ.

ແລະກໍ່ໃນໂອກາດນີ້, ຄະນະກຸສົນ ວັດລີງເຊີນ ໄດ້ມອບຂອງຂວັນ 500 ພູດໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ບັນດາບ້ານສອງຟາກຊາຍແດນ. ຂອງຂວັນແຕ່ລະພູດລວມມີ ເຂົ້າສານ, ເຄື່ອງປຸງແຕ່ງອາຫານ, ເຄື່ອງໃຊ້ໃນຄົວເຮືອນ ດ້ວຍມູນຄ່າ 400.000 ດົ່ງ, ຂອງຂວັນທັງໝົດລວມຍອດມູນຄ່າກວ່າ  200  ລ້ານດົ່ງ.

ກ່ອນໜ້ານັ້ນ, ກົມກອງໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນຂອງສອງຟາກຊາຍແດນ ຈັດສົ່ງພະນັກງານໄປເຖິງແຕ່ລະບ້ານສ້າງບັນຊີລາຍຊື່, ແຈກຢາຍບັດກວດພະຍາດ ແລະບັດຮັບຂອງຂວັນໃຫ້ແຕ່ລະຄອບຄົວ.

leftcenterrightdel
ຄະນະກຸສົນມອບຂອງຂວັນໃຫ້ບັນດາຄອບຄົວຢູ່ບ້ານ ຫວຍຫຼ້າ. ພາບ: bien phong.com.vn.

ໂດຍຮັບຮູ້ວ່າ, ໃນຊຸມປີຜ່ານມາ, ວັດ ລີງເຊີນ ໄດ້ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ດ້ຽນບຽນ ຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນຢູ່ບັນດາຕາແສງຊາຍແດນ, ເຂດຫ່າງໄກສອກຫຼີກ ຫຼາຍຄັ້ງ. ຂອງຂວັນນັບຮ້ອຍໆພູດ, ຢາຫຼາຍຊະນິດໄດ້ມອບໃຫ້ພໍ່ແມ່ປະຊາຊົນໄດ້ຊ່ວຍໃຫ້ເຂົາເຈົ້າຫຼຸດຜ່ອນຄວາມທຸກຍາກ ສ່ວນໃດສ່ວນໜຶ່ງໃນການດຳລົງຊີວິດ.

 

ແປໂດຍ: ກວຽດເຕິິມ