ໃນໄລຍະປະຕິບັດງານ, ຄະນະໄດ້ແລກປ່ຽນ, ໃຫ້ຄໍາປຶກສາຊ່ວຍກົມສະສົມແຫ່ງລັດລາວ ສ້າງເນື້ອໃນຮ່າງມະຕິກ່ຽວກັບການຄຸ້ມຄອງເຄື່ອງສະສົມແຫ່ງລັດ.

leftcenterrightdel
ພິທີລົງນາມໃນບົດບັນທຶກການເຮັດວຽກຕາມລາຍການຮ່ວມມືລະຫວ່າງກົມໃຫຍ່ສະສົມແຫ່ງລັດ ຫວຽດນາມ ແລະກົມສະສົມແຫ່ງລັດ ລາວ. ພາບ: ຮົ່ງເຊີມ.

ໃນການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະສັນວ່າຈະສືບຕໍ່ເສີມຂະຫຍາຍ, ຮັກສາວິທີການແລກປ່ຽນ, ສົມທົບວຽກງານ. ພິເສດ, ໃນການປະຕິບັດງານ ທ່ານນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີກະຊວງການເງິນ ລາວ ໄດ້ຕ້ອນຮັບຄະນະຢ່າງສະໜິດສະໜົມ ແລະຕີລາຄາສູງບັນດາໝາກຜົນທີ່ດີງາມເຊິ່ງຄະນະປະຕິບັດງານຂອງກົມໃຫຍ່ສະສົມແຫ່ງລັດ ຫວຽດນາມ ບັນລຸໄດ້ໃນໄລຍະເຮັດວຽກຢູ່ ລາວ. ແລະກໍ່ໃນການປະຕິບັດງານ, ຄະນະໄດ້ຊ່ວຍກົມສະສົມແຫ່ງລັດລາວ ຜັນຂະຫຍາຍການປະຕິບັດການຮັກສາເຂົ້າສານ 1.000 ໂຕນ ຢູ່ເມືອງ ນາໄຊທອງ, ນະຄອນຫຼວງ ວຽງຈັນ.

 

ແປໂດຍ: ເກື່ອງດັ້ງ