ບົນຈິດໃຈມິດຕະພາບ, ຄວາມສາມັກຄີແບບພິເສດ, ຄວາມເຊື່ອໝັ້ນ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບບາງເນື້ອໃນໃນວຽກງານສົມທົບກັນເພື່ອແນໃສ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນແຂວງ ກວາງນາມ-ເຊກອງ.  ໃນນັ້ນ,  ສອງຝ່າຍຈະເພີ່ມທະວີວຽກງານສື່ສານ, ແລກປ່ຽນສະພາບການຢ່າງທັນການ, ມີລວງເລິກ, ເປັນຕົ້ນແມ່ນສະພາບການເຄື່ອນໄຫວຂອງບັນດາເປົ້າໝາຍປະຕິການ; ການເຄື່ອນໄຫວຂອງພວກອາດຊະຍາກຳຊື້ຂາຍ, ຂົນສົ່ງທາດຢາເສບຕິດຜ່ານຊາຍແດນຢ່າງຜິດກົດໝາຍ; ອາດຊະຍາກຳຄ້າເຖື່ອນ; ການເຄື່ອນໄຫວເຂົ້າອອກເມືອງຜ່ານຊາຍແດນທີ່ຜິດກົດໝາຍ...

leftcenterrightdel
ຫົວໜ້າຄະນະສອງຝ່າຍລົງນາມໃນບົດບັນທຶກພົບປະເຈລະຈາ. ພາບ: ຮີ່ງຈີ໋ນ. 

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຊີ້ນໍາບັນດາອົງການ, ກົມກອງທີ່ເຮັດວຽກງານສື່ສານ, ໂຄສະນາໃຫ້ເປັນຢ່າງດີ, ຂົນຂວາຍປະຊາຊົນຕິດກັບຊາຍແດນຂອງສອງປະເທດປະຕິບັດອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ; ສັນຍາກ່ຽວກັບກົດລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນແຫ່ງຊາດ ຫວຽດນາມ-ລາວ ຢ່າງເຂັ້ມງວດ. ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວາງນາມ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເຊກອງ ກໍ່ເຫັນດີເປັນເອກະສັນຊີ້ນໍາບັນດາກົມກອງຜັດປ່ຽນກັນຈັດຕັ້ງການພົບປະແລກປ່ຽນສື່ສານ, ສະພາບການປະຈຳເດືອນ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງປະຊາຊົນ ລາວ ບັນດາເຜົ່າ, ຄະນະປະຕິບັດງານຂອງກອງບັນຊາການທະຫານປ້ອງກັນຊາຍແດນ ກວາງນາມ ໄດ້ໄປອວຍພອນປີໃໝ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເຊກອງ; ຢ້ຽມຢາມ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງ ເຊກອງ.

 

ແປໂດຍ: ເຈິ່ນຮວ່ຽນ