ຄະນະປະຕິບັດງານໄດ້ສົ່ງຄໍາອວຍພອນມາຍັງປະຊາຊົນເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງປະຊາຊົນບັນດາເຜົ່າລາວ; ຢືນຢັນເຖິງການສົມທົບກັນຢ່າງມີປະສິດທິຜົນລະຫວ່າງກໍາລັງປ້ອງກັນຊາຍແດນ ແລະປະຊາຊົນເຂດຊາຍແດນສອງປະເທດໃນໄລຍະຜ່ານມາໃນການຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາ, ການລາດຕະເວນປ້ອງກັນຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນຖືກຕາມບັນດາສັນຍາ, ອະນຸສັນຍາເຊິ່ງສອງປະເທດໄດ້ລົງນາມ.

leftcenterrightdel
ຄະນະປະຕິບັດງານມອບຂອງຂວັນໃຫ້ແກ່ປະຊາຊົນບ້ານ ກະໂລ. ພາບ: ຫວໍຕ່ຽນ.

ໃນໄລຍະຜ່ານມາ, ສາຍພົວພັນລະຫວ່າງແຂວງ ເທື່ອທຽນເຫວ້ ເວົ້າລວມ, ທະຫານປ້ອງກັນຊາຍແດນແຂວງ ເທື່ອທຽນເຫວ້ ເວົ້າສະເພາະກັບກໍາລັງປົກປັກຮັກສາຊາຍແດນສອງແຂວງ ເຊກອງ, ສາລະວັນ ແລະບັນດາທ້ອງຖິ່ນຂອງ ລາວ ໄດ້ຮັບການເພີ່ມທະວີ ແລະນັບມື້ນັບເລິກເຊິ່ງ. ສອງຝ່າຍໄດ້ຮັກສາການພົວພັນຕ່າງປະເທດ, ພົບປະແລກປ່ຽນຂໍ້ມູນຂ່າວສານຕາມໄລຍະ ແລະສົມທົບກັນແກ້ໄຂບັນດາເຫດການທີ່ເກີດຂຶ້ນ, ເພີ່ມພູນຄູນສ້າງ, ຮັກສານໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.

 

ແປໂດຍ: ເກື່ອງດັ້ງ