ຜູ້ຕາງໜ້າສະຖານທູດລາວ ປະຈໍາ ຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ, ການນໍາແຂວງ ໄທງວຽນ ພ້ອມດ້ວຍນັກສຶກສາລາວ, ກໍາປູເຈຍ ທີ່ພວມຮໍ່າຮຽນ, ຄົ້ນຄວ້າຢູ່ບັນດາໂຮງຮຽນໃນບໍລິເວນແຂວງ ໄທງວຽນ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

leftcenterrightdel
ພິທີບາສີສູ່ຂວັນໃນບຸນປີໃໝ່ຂອງນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງ ໄທງວຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ລາຍການມີການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງຫຼາຍຢ່າງຄື: ອວຍພອນບຸນປີໃໝ່, ມອບຂອງຂວັນໃຫ້ບັນດານັກສຶກສາ; ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່, ພິທີບາສີສູ່ຂວັນ, ບຸນຫົດນໍ້າຕາມຮີດຄອງປະເພນີຂອງປະເທດເພື່ອນມິດລາວ... ບັນດາລາຍການສະແດງສິລະປະຟ້ອນລໍາທຳເພງທີ່ເປັນເອກະລັກສະເພາະໂດຍບັນດານັກສຶກສາລາວ ແລະນັກສຶກສາຫວຽດນາມ ພ້ອມກັນສະແດງໄດ້ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ, ສະແດງໃຫ້ເຫັນນໍ້າໃຈສາມັກຄີ, ສະໜິດຕິດພັນທີ່ມີມາແຕ່ດົນນານລະຫວ່າງສອງປະເທດ, ສອງຊາດອ້າຍນ້ອງ. ບັນດາລາຍການຟ້ອນພື້ນເມືອງຂອງປະເທດລາວ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ຊົມ.

leftcenterrightdel
ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງ ໄທງວຽນ ມອບ 25 ລ້ານດົ່ງໃຫ້ນັກສຶກສາລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ລາຍການໄດ້ຈັດຕັ້ງເພື່ອແນໃສ່ສ້າງໂອກາດໃຫ້ນັກສຶກສາປະເທດເພື່ອນມິດໄດ້ພົບປະແລກປ່ຽນກັບນັກສຶກສາຫວຽດນາມ, ຊອກຮູ້ບັນດາຈຸດວັດທະນະທໍາທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

ໃນຊຸມປີມໍ່ໆມານີ້, ນັກສຶກສາລາວ ມາຮໍ່າຮຽນຢູ່ບັນດາໂຮງຮຽນໃນບໍລິເວນແຂວງ ໄທງວຽນ ນັບມື້ນັບເພີ່ມຂຶ້ນ.

 

ແປໂດຍ: ຫງວຽນກຸກ