ພິທີຕ້ອນຮັບບຸນປີໃໝ່ໄດ້ຈັດຕັ້ງຢ່າງຮອບຄອບຖີ່ຖ້ວນດ້ວຍບັນດາພິທີທີ່ເປັນມູນເຊື້ອ, ຊ່ວຍໃຫ້ບັນດານັກຮຽນລາວ ມີຄວາມຮູ້ສຶກໃກ້ຊິດ, ເບີກບານມ່ວນຊື່ນຄືຢູ່ໃນບ້ານເກີດເມືອງນອນຂອງຕົນ. ຢູ່ທີ່ນີ້, ບັນດາຜູ້ແທນ ແລະນັກຮຽນລາວ ພ້ອມກັນທຳພິທີພາວະນາຂໍໃຫ້ມີຄວາມໂຊກດີ, ພິທີຫົດນໍ້າ, ພິທີບາສີສູ່ຂວັນ, ຟ້ອນລໍາວົງ ແລະອວຍພອນນໍາກັນປີໃໝ່ມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ, ປະສົບແຕ່ຄວາມໂຊກດີ. ພາຍຫຼັງພິທີດັ່ງກ່າວ, ບັນດານັກຮຽນກໍ່ສະແດງລາຍການສິລະປະແນະນໍາວັດທະນະທໍາປະເພນີຂອງລາວ.

leftcenterrightdel
ນັກຮຽນລາວ ສະແດງຊຸດອາພອນປະຈຳຊາດ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ພິທີຫົດນໍ້າໃນບຸນປີໃໝ່ຂອງ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ບຸນປີໃໝ່ປະຈໍາຊາດຂອງປະເທດເພື່ອນມິດລາວ ບໍ່ພຽງແຕ່ຊ່ວຍນັກຮຽນລາວຫຼາຍຄົນຢູ່ໄກຈາກບ້ານເກີດເມືອງນອນໄດ້ຕ້ອນຮັບບຸນປີໃໝ່ປະຈໍາຊາດ, ມີກໍາລັງໜູນໃນການຮໍ່າຮຽນກໍ່ຄືໃນການດໍາລົງຊີວິດເທົ່ານັ້ນ, ຫາກຍັງຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ມອບໃບຍ້ອງຍໍໃຫ້ແກ່ບັນດານັກຮຽນລາວ ທີ່ມີຜົນງານສູງໃນການຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະມະຫາວິທະຍາໄລເຫວ້ ໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດານັກຮຽນລາວ ທີ່ມີຜົນງານສູງໃນການຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມ.

 

ແປໂດຍ: ທູຈາງ