ເຂົ້າຮ່ວມນໍາຄະນະມີທ່ານນາງ ບຸ່ຍທິຮວ່າ ຮອງປະທານສູນກາງສະຫະພັນແມ່ຍິງຫວຽດນາມ ແລະການນໍາສະຫະພັນແມ່ຍິງແຂວງ ກອນຕຸມ.

ທີ່ການຕ້ອນຮັບ, ທ່ານຫົວໜ້າປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເບີອີ ໄດ້ແບ່ງປັນກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ວຽກງານຊາຍແດນຂອງກົມກອງ.

leftcenterrightdel
ຄະນະປະຕິບັດງານມອບລາງວັນທຶນການສຶກສາໃຫ້ພວກນ້ອງນັກຮຽນຢູ່ຕາແສງ ເບີອີ. ພາບ: ວັນຫຼີ໋.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບຂອງຂວັນໃຫ້ປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເບີອີ; ມອບລາງວັນທຶນການສຶກສາຈໍານວນ 30 ທຶນໃຫ້ແກ່ນັກຮຽນທຸກຍາກຂອງຕາແສງ ເບີອີ, ເມືອງ ງອັກໂຮ່ຍ, ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ, ມອບເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ຄອບຄົວເອື້ອຍ Y Dil  ຢູ່ຕາແສງ ເຣີເຄີຍ, ເມືອງ ຊາໄຖ່, ມີມູນຄ່າ 50 ລ້ານດົ່ງ.

ນອກຈາກນີ້, ຄະນະປະຕິບັດງານຍັງໄດ້ໄປຢ້ຽມຢາມຫຼັກໝາຍຊາຍແດນຢູ່ສາມແຍກຊາຍແດນຫວຽດນາມ-ລາວ-ກໍາປູເຈຍ ແລະສິ້ນສຸດການຢ້ຽມຢາມຢູ່ບັນດາແຂວງພາກກາງ-ໄຕງວຽນ ຢ່າງຈົບງາມ.

 

ແປໂດຍ: ຮວ່າງເຈື່ອງ