ທ່ານ ເຕີດແທ່ງກາງ ອວຍພອນພະນັກງານ, ພາລະກອນສະຖານກົງສູນໃຫຍ່ພ້ອມດ້ວຍປະຊາຊົນລາວທັງໝົດ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ, ອວຍພອນບັນດາໝາກຜົນ ເຊິ່ງປະຊາຊົນລາວບັນລຸໄດ້ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

leftcenterrightdel
ການນໍານະຄອນ ໂຮ່ຈິມິນ  ແລະສະຖານກົງສູນໃຫຍ່ລາວ ເຂົ້າຮ່ວມພິທີ “ບາສີສູ່ຂວັນ” ຕາມປະເພນີຂອງລາວ. ພາບ: ມິງຫງວຽນ
leftcenterrightdel
 

ທ່ານ ເຕີດແທ່ງກາງ ຢັ້ງຢືນວ່ານະຄອນ ໂຮ່ຈິມິນ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດເພື່ອພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະນໍ້າໃຈສາມັກຄີແບບພິເສດຕໍ່ປະເທດລາວ. ໃນໄລຍະຜ່ານມາ, ນະຄອນໂຮ່ຈິມິນ ໄດ້ຮ່ວມມືຢ່າງຕັ້ງໜ້າ, ມີປະສິດທິຜົນກັບບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນຮັດແໜ້ນສາຍພົວພັນ ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

 

ແປໂດຍ: ທູຈາງ