ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ ອີນລາວັນ ແກ້ວບຸນພັນ, ປະທານສະຫະພັນແມ່ຍິງລາວ ເຂົ້າຮ່ວມພິທີດັ່ງກ່າວ. ທີ່ພິທີ, ທ່ານ ຫວູດຶກດາມ ໄດ້ປະດັບ: ຫຼຽນໄຊເອກະລາດຊັ້ນ II ໃຫ້ແກ່ທ່ານນາງ ອີນລາວັນ ແກ້ວບຸນພັນ, ປະທານສະຫະພັນແມ່ຍິງລາວ, ຫຼຽນໄຊເອກະລາດຊັ້ນ III ໃຫ້ແກ່ຮອງປະທານສະຫະພັນແມ່ຍິງລາວ 3 ຄົນ ແລະຫຼຽນໄຊມິດຕະພາບໃຫ້ແກ່ 4 ຄົນ, 11 ໝູ່ຄະນະຂຶ້ນກັບສະຫະພັນແມ່ຍິງລາວ.

ທີ່ພິທີ, ທ່ານນາງ ອີນລາວັນ ແກ້ວບຸນພັນ ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ III ແລະຫຼຽນໄຊແຮງງານຊັ້ນ III ຂອງລັດລາວໃຫ້ແກ່ 7 ຄົນ ແລະ 6 ໝູ່ຄະນະທີ່ຂຶ້ນກັບສະຫະພັນແມ່ຍິງຫວຽດນາມ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ປະດັບຫຼຽນໄຊໃຫ້ແກ່ທ່ານນາງ ອີນລາວັນ ແກ້ວບຸນພັນ. ພາບ: ແອງເຊີນ

ກ່ອນໜ້ານັ້ນ, ສະຫະພັນແມ່ຍິງສອງປະເທດຫວຽດນາມ-ລາວ ໄດ້ໄຂງານວາງສະແດງຮູບພາບ “ສາຍໃຈຫວຽດນາມ-ລາວ ຜຸດຜ່ອງຕະຫຼອດໄປ” ທີ່ພັນລະນາເຖິງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ.

 

ແປໂດຍ: ທູຈາງ