ທີ່ການພົບປະເຈລະຈາ, ຜູ້ຕາງໜ້າການນໍາສອງແຂວງ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະແຂວງ; ພ້ອມທັງຕີລາຄາສະພາບການ, ໝາກຜົນແຫ່ງການປະຕິບັດເນື້ອໃນບົດບັນທຶກການພົບປະເຈລະຈາ ເຊິ່ງໄດ້ຮັບການລົງນາມໃນວັນທີ 29 ມີນາ 2017 ຢູ່ເທດສະບານແຂວງ ທ່າແຂກ, ແຂວງ ຄໍາມ່ວນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ບົນພື້ນຖານນັ້ນ, ສອງແຂວງ ໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບບາງເນື້ອໃນຮ່ວມມືໃນ ປີ 2018 ຄື: ສອງແຂວງສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ; ຮ່ວມມືອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າຊີວະພາບເປັນຫຼາຍຮບຫຼາຍແບບເຂດມໍລະດົກຊາດທໍາມະໂລກປ່າສະຫງວນແຫ່ງຊາດ ຟອງຍາ-ເກ໊ບ່າງ ແລະເຂດອະນຸລັກຮັກສາຊີວະພາບເປັນຫຼາຍຮບຫຼາຍແບບ ຫີນນໍ້າໂນ.

ສອງແຂວງສ້າງເງື່ອນໄຂເພື່ອສືບຕໍ່ຜັນຂະຫຍາຍໂຄງການ “ກໍ່ສ້າງເຂດສາງ ແລະລະບົບທໍ່ນໍ້າມັນຈາກທ່າກໍາປັ່ນ ຮ່ອນລາ ໄປຍັງແຂວງ ຄໍາມ່ວນ” ແລະໂຄງການ “ທາງລົດໄຟ ຫວຸງອ໋າງ-ວຽງຈັນ” ຕອນຜ່ານແຂວງ ກວ້າງບິ່ງ-ຄໍາມ່ວນ.

ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ສອງແຂວງສືບຕໍ່ເພີ່ມທະວີການໂຄສະນາ, ເຜີຍແຜ່ບັນດາເນື້ອໃນຂອງສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນຢູ່ເຂດດິນຕໍ່ແຜ່ນ ຫວຽດນາມ-ລາວ; ປະຕິບັດຂໍ້ຕົກລົງລະຫວ່າງສອງລັດຖະບານ ຫວຽດນາມ-ລາວ ກ່ຽວກັບການແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະການແຕ່ງງານບໍ່ມີໃບສົມລົດໃນເຂດຊາຍແດນສອງປະເທດ ແລະບາງເນື້ອໃນອື່ນໆ...

leftcenterrightdel
ຜູ້ຕາງໜ້າແຂວງ ກວ້າງບິ່ງ ແລະແຂວງ ຄໍາມ່ວນ ລົງນາມໃນບົດບັນທຶກສັນຍາໝັ້ນໝາຍດ້ານການທູດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະເຈລະຈາ, ຜູ້ຕາງໜ້າການນໍາສອງແຂວງ ກວ້າງບິ່ງ ແລະຄໍາມ່ວນ ໄດ້ລົງນາມໃນບົດບັນທຶກສັນຍາໝັ້ນໝາຍການຮ່ວມມືດ້ານການທູດ, ຜ່ານນັ້ນປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງສອງແຂວງ.

ໃນໂອກາດນີ້, ຄະນະກໍາມະການປະຊາຊົນແຂວງ ກວ້າງບິ່ງ ໄດ້ມອບໃບຍ້ອງຍໍໃຫ້ 3 ອົງການຈັດຕັ້ງ,  6 ບຸກຄົນຂອງແຂວງ ຄໍາມ່ວນ ກ່ຽວກັບຜົນງານໃນວຽກງານສ້າງຄວາມສາມັກຄີລະຫວ່າງສອງແຂວງ.

 

ແປໂດຍ: ທູຈາງ