ຕອນບ່າຍວັນທີ 5 ເມສາ, ຢູ່ສໍານັກງານສູນກາງແນວລາວສ້າງຊາດ ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຄະນະສາສະໜາລັດຖະບານ ຫວຽດນາມ ໂດຍທ່ານ ຫວູ້ຈ໋ຽນຖັ໋ງ, ຫົວໜ້າຄະນະສາສະໜາລັດຖະບານເປັນຫົວໜ້າຄະນະ, ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນສູນກາງແນວລາວສ້າງຊາດ ໂດຍທ່ານ ຈັນທະວົງ ແສນອາມາດມົນຕີ,  ຮອງປະທານສູນກາງແນວລາວສ້າງຊາດເປັນຫົວໜ້າຄະນະ.

leftcenterrightdel
                           ບັນຍາກາດທີ່ການພົບປະເຈລະຈາ. ພາບ: vov.vn.

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານ ຫວູ້ຈ໋ຽນຖັ໋ງ ໃຫ້ຮູ້ວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພົວພັນສາມັກຄີແບບພິເສດ, ມີມູນເຊື້ອມິດຕະພາບ ແລະການຮ່ວມມືຮອບດ້ານ. ນໍ້າໃຈສາມັກຄີແບບພິເສດ ແລະສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນຫຼາຍຂົງເຂດ, ດ້ວຍບັນດາຮູບການທີ່ອຸດົມສົມບູນ ແລະຫຼາຍຮູບຫຼາຍແບບ. ຫວຽດນາມ ແມ່ນປະເທດທີ່ມີຫຼາຍສາສະໜາ, ລັດຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະຍາມໃດກໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍນະໂຍບາຍຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ, ສິດຖື ຫຼື ບໍ່ຖືສາສະໜາຂອງພົນລະເມືອງທຸກໆຄົນ, ປະຕິບັດຄວາມສະເໝີພາບ ແລະສາມັກຄີໃນບັນດາສາສະໜາ; ຍາມໃດກໍ່ສ້າງເງື່ອນໄຂໃຫ້ການເຄື່ອນໄຫວທາງສາສະໜາເພື່ອໃຫ້ບັນດາສາສະໜາໄດ້ຢູ່ຮ່ວມກັນຢ່າງກົມກຽວ, ສາມັກຄີ, ພ້ອມກັນຮ່ວມແຮງຮ່ວມໃຈສ້າງສາ ແລະພັດທະນາປະເທດຊາດ.

ທີ່ການພົບປະເຈລະຈາ, ທ່ານ ຈັນທະວົງ ແສນອາມາດມົນຕີ ຢັ້ງຢືນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຫວຽດນາມ ຄັ້ງນີ້ຈະປະກອບສ່ວນຊ່ວຍຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດກວ່າອີກ; ຕີລາຄາສູງບັນດາຜົນງານບັນລຸໄດ້ໃນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ແລະຄະນະສາສະໜາລັດຖະບານ ຫວຽດນາມ ໃນໄລຍະຜ່ານມາ. ຕາງໜ້າສູນກາງແນວລາວສ້າງຊາດ, ທ່ານ ຈັນທະວົງ ແສນອາມາດມົນຕີ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອກໍ່ຄືການຮ່ວມມືຂອງຄະນະສາສະໜາລັດຖະບານ ຫວຽດນາມ ໃນໄລຍະຜ່ານມາ...

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຜັນຂະຫຍາຍຂໍ້ຕົກລົງຮ່ວມມືໃນໄລຍະ 2018-2020.

 

ແປໂດຍ: ຫງວຽນກຸກ