ທ່ານ ໄຊສົມພອນ ພົມວິຫານ ສະແດງຄວາມພາກພູມໃຈເມື່ອເຫັນວ່າ, ການພົວພັນລະຫວ່າງສອງປະເທດລາວ-ຫວຽດນາມ ນັບມື້ນັບໄດ້ຮັບການພັດທະນາ. ສຳລັບການພົວພັນລະຫວ່າງທ້ອງຖິ່ນສອງປະເທດ, ບັນດາໂຄງການຮ່ວມມືໃນຫຼາຍຂົງເຂດລະຫວ່າງນະຄອນ ໂຮ່ຈິມິນ ກັບລາວ ໃນໄລຍະຜ່ານມາກໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ບັນດາຄະນະການນໍາຂັ້ນສູງຂອງນະຄອນ ໂຮ່ຈິມິນ ໄດ້ຢ້ຽມຢາມ, ເຮັດວຽກ, ແລກປ່ຽນບົດຮຽນກັບບັນດາທ້ອງຖິ່ນຂອງລາວ ເປັນປະຈໍາ. ຫວ່າງແລ້ວນີ້, ແມ່ນການຢ້ຽມຢາມລາວ ຂອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈິມິນ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຢູ່ລາວ ຄື ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກຂອງລາວ... ໄດ້ສະແດງໃຫ້ເຫັນອາລົມຈິດສະໜິດຕິດພັນລະຫວ່າງປະຊາຊົນນະຄອນ ກັບລາວ ເວົ້າສະເພາະ, ປະຊາຊົນສອງປະເທດເວົ້າລວມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໄຊສົມພອນ ພົມວິຫານ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງສອງປະເທດຈະສືບຕໍ່ໄດ້ຮັບການຊຸກຍູ້, ຮັດແໜ້ນສາຍພົວພັນຮ່ວມມື, ມິດຕະພາບແບບພິເສດໃຫ້ພັດທະນາກວ່າອີກ. ໃນນັ້ນ, ນະຄອນ ໂຮ່ຈິມິນ ສືບຕໍ່ຊຸກຍູ້ການຮ່ວມມືພ້ອມກັບບັນດາທ້ອງຖິ່ນຂອງລາວປະຕິບັດບັນດາໂຄງການ, ເປົ້າໝາຍລວມ, ການຮ່ວມມືລະຫວ່າງສອງລັດຖະບານ.

ທ່ານ ຫງວຽນທ້ຽນເຍິນ ໃຫ້ຮູ້ວ່າ, ຫວ່າງແລ້ວນີ້ ນະຄອນສືບຕໍ່ຜັນຂະຫຍາຍສອງໂຄງການໃໝ່ຕື່ມອີກ, ນັ້ນແມ່ນສ້າງນະຄອນ ໂຮ່ຈິມິນ ໃຫ້ກາຍເປັນຕົວເມືອງສະຫຼາດ ແລະຜັນຂະຫຍາຍການປະຕິບັດມະຕິ ເລກທີ 54 ຂອງສະພາແຫ່ງຊາດກ່ຽວກັບການປະຕິບັດທົດລອງກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ໂຮ່ຈິມິນ.

ທ່ານ ຫງວຽນທ້ຽນເຍິນ ຢືນຢັນວ່າ, ສຳລັບນະຄອນ ໂຮ່ຈິມິນ ຍາມໃດກໍ່ຖືເປັນສໍາຄັນການສ້າງ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືກັບລາວ ແລະບັນດາທ້ອງຖິ່ນຂອງລາວ ໃນທຸກດ້ານ. ການນໍາສູນກາງ ແລະນະຄອນ ຈະມານະພະຍາຍາມພ້ອມກັບລາວ ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາ, ເຂົ້າສູ່ລວງເລິກ, ຊຸກຍູ້ການພັດທະນາຂອງທັງສອງປະເທດ.

 

ແປໂດຍ: ເຈິ່ນຮວ່ຽນ