leftcenterrightdel
ພິທີວາງສິລາລຶກກໍ່ສ້າງໂຮງຮຽນໂພນສະຫວັນ ຢູ່ແຂວງ ຊຽງຂວາງ. ພາບ: ເລທັ໋ງ.

ກິດຈະກໍານີ້ໄດ້ຮັບການກໍ່ສ້າງດ້ວຍ 14 ຫ້ອງຮຽນ, ແບ່ງເປັນ 2 ຊັ້ນມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ ດ້ວຍບັນດາເຂດຮໍ່າຮຽນ, ກິນນອນ, ສະໂມສອນ ແລະເຄື່ອນໄຫວກຳລັງກາຍ. ລະບົບພື້ນຖານດ້ານວັດຖຸເຕັກນິກ ໄດ້ລົງທຶນຮັບປະກັນຕອບສະໜອງຄວາມຮຽກຮ້ອງຕ້ອງການເຄື່ອນໄຫວຂອງຮາກຖານການສຶກສາຄຸນນະພາບສູງ, ບັນດາເຄື່ອງອຸປະກອນສິດສອນຄົບຊຸດ, ທັນສະໄໝເທົ່າທຽມກັບໜ້າທີ່ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ໃຫ້ແຂວງ ຊຽງຂວາງ ເວົ້າສະເພາະ ແລະປະເທດລາວ ເວົ້າລວມ.

ນີ້ແມ່ນກິດຈະກໍາກໍ່ສ້າງດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະໄດ້ມອບໝາຍໃຫ້ກອງບັນຊາການທະຫານເຂດ 4 ເປັນເຈົ້າຂອງລົງທຶນ.

 

ແປໂດຍ: ເຈິ່ນຮວ່ຽນ