ເຂົ້າຮ່ວມງານພົບປະມີທ່ານ ເຈິ່ນວັນຕູ໋ຍ ປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ; ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ; ຜູ້ຕາງໜ້າການນໍາສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະບາງກະຊວງ, ຄະນະ, ຂະແໜງການ...

ກ່າວຄໍາເຫັນທີ່ການພົບປະ, ທ່ານ ເຈິ່ນວັນຕູ໋ຍ ປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດມາຍັງພະນັກງານ, ພາລະກອນທັງໝົດຂອງສະຖານທູດລາວ ແລະພວກນ້ອງນັກສຶກສາລາວຢູ່ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດລາວ (ດໍາເນີນໃນກາງເດືອນເມສາ 2018).

leftcenterrightdel
ທ່ານ ເຈິ່ນວັນຕູ໋ຍ ປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ (ເບື້ອງຂວາ) ມອບ ດອກໄມ້ອວຍພອນທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ. ພາບ: dangcongsan.vn.

ທ່ານ ເຈິ່ນວັນຕູ໋ຍ ປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດ ລາວ, ປະຊາຊົນລາວບັນດາເຜົ່າຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່, ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງສາຍພົວພັນຫວຽດນາມ-ລາວ, ທ່ານ ເຈິ່ນວັນຕູ໋ຍ ປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ໃຫ້ຮູ້ວ່າ: ປີ 2017, ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນປີທີ່ມີຄວາມໝາຍສຳຄັນຍິ່ງຂອງສອງປະເທດ.

ເປັນໜ້າເອົາໃຈໃສ່ແມ່ນງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2017); 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລາວ (5/9/1962-5/9/2017) ຖືກຈັດຕັ້ງພ້ອມກັນຢ່າງສົມກຽດໃນວັນທີ 18  ກໍລະກົດ 2017 ຢູ່ນະຄອນຫຼວງຂອງສອງປະເທດ ດ້ວຍການເຂົ້າຮ່ວມຂອງບັນດາການນໍາສູງສຸດຂອງ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານສອງປະເທດ.

ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ຂອບໃຈສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ຈັດຕັ້ງງານພົບປະທີ່ມີຄວາມໝາຍນີ້; ພ້ອມທັງຢືນຢັນວ່າ, ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ໄດ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ. ຜ່ານບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນເຫດການສໍາຄັນນີ້, ຄົນຮຸ່ນໜຸ່ມສອງປະເທດລາວ-ຫວຽດນາມ ສາມາດເຂົ້າໃຈແຈ້ງກວ່າກ່ຽວກັບການພົວພັນຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ, ຈາກນັ້ນສືບຕໍ່ສືບທອດ ແລະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ.

 

ແປໂດຍ: ກວຽດເຕິມ