leftcenterrightdel
ສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ພົບປະເຈລະຈາກັບຄະນະກໍາມາທິການບັນດາເຜົ່າຂອງສະພາແຫ່ງຊາດລາວ. ພາບ: quochoi.vn.

ທ່ານ ຮ່າງອັກຈ໋ຽນ ປະທານສະພາຊົນເຜົ່າ ເນັ້ນໜັກວ່າ ການຢ້ຽມຢາມດໍາເນີນໄປໃນຈຸດເວລາທີ່ສອງພັກ, ສອງລັດ ຫາກໍ່ຈັດຕັ້ງບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ດ້ວຍຫຼາຍເຫດການສໍາຄັນປະສົບຜົນສໍາເລັດຄື: ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ... ນີ້ແມ່ນບັນດາການເຄື່ອນໄຫວການຕ່າງປະເທດມີຄວາມໝາຍສໍາຄັນປະກອບສ່ວນນໍາການພົວພັນລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່, ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ແລະອັນດີງາມກວ່າ.

leftcenterrightdel
ທ່ານ ຮ່າງອັກຈ໋ຽນ ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ພົບປະເຈລະຈາ. ພາບ: quochoi.vn.

ທີ່ການພົບປະເຈລະຈາ, ທ່ານ ຮ່າງອັກຈ໋ຽນ ປະທານສະພາຊົນເຜົ່າ ໄດ້ແນະນໍາໂດຍສັງເຂບກ່ຽວກັບພາລະບົດບາດ, ໜ້າທີ່ຂອງສະພາຊົນເຜົ່າ, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV; ບັນດາໝາກຜົນໃນການປະຕິບັດນະໂຍບາຍຊົນເຜົ່າຢູ່ຫວຽດນາມ ໂດຍພື້ນຖານ; ບົດຮຽນ, ກົນໄກສົມທົບກັນລະຫວ່າງສະພາຊົນເຜົ່າ ແລະແນວໂຮມປະເທດຊາດ... ຕາມນັ້ນແລ້ວ, ສະພາຊົນເຜົ່າຂອງສະພາແຫ່ງຊາດ ມີໜ້າທີ່ກວດກາຄືນບັນດາຮ່າງກົດໝາຍ, ຮ່າງລັດຖະດຳລັດ; ສະເໜີແນະກ່ຽວກັບຮ່າງກົດໝາຍ, ຮ່າງລັດຖະດຳລັດ ແລະບັນດາຮ່າງກົດໝາຍອື່ນທີ່ກ່ຽວຂ້ອງເຖິງບັນດາຊົນເຜົ່າ.

leftcenterrightdel

ທ່ານນາງ ບົວພັນ ລີໄກຢາ ປະທານກໍາມາທິການບັນດາເຜົ່າຂອງສະພາແຫ່ງຊາດລາວ ທີ່ການພົບປະເຈລະຈາ. ພາບ: quochoi.vn.

ເນັ້ນໜັກວ່າ ສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ແລະກໍາມາທິການບັນດາເຜົ່າຂອງສະພາແຫ່ງຊາດລາວ ມີຫຼາຍຈຸດຄ້າຍຄືກັນ, ທ່ານນາງ ບົວພັນ ລີໄກຢາ ປະທານກໍາມາທິການບັນດາເຜົ່າຂອງສະພາແຫ່ງຊາດລາວ ປາດຖະໜາຢາກ ສືບຕໍ່ຮໍ່າຮຽນເອົາບັນດາບົດຮຽນຂອງຫວຽດນາມ ກ່ຽວກັບການສົມທົບກັນລະຫວ່າງສະພາຊົນເຜົ່າ ແລະຄະນະກໍາມະການແນວໂຮມປະເທດຊາດ, ລະຫວ່າງສະພາຊົນເຜົ່າ ແລະອົງການຈັດຕັ້ງມະຫາຊົນທຸກຂັ້ນ; ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງສອງປະເທດ ລາວ-ຫວຽດນາມ.

 

ແປໂດຍ: ເຈິ່ນຮວ່ຽນ