ພັກ, ລັດ ແລະປະຊາຊົນສອງຊາດກໍ່ໄດ້ຄຽງບ່າຄຽງໄຫຼ່, ຮ່ວມສຸກຮ່ວມທຸກ ເພື່ອພ້ອມກັນພັດທະນາ, ປະກອບສ່ວນຢ່າງສໍາຄັນເຂົ້າໃນຜົນສໍາເລັດຂອງການປະຕິວັດຂອງແຕ່ລະປະເທດໃນໄລຍະໃໝ່.

ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງໜັກແໜ້ນ, ນັບມື້ນັບໄດ້ຮັບການເຂົ້າສູ່ລວງເລິກ ແລະມີປະສິດທິຜົນສູງ, ການພົວພັນທາງດ້ານການເມືອງຍົກສູງບົດບາດສໍາຄັນ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຮາກຖານ, ມີການຢ້ຽມຢາມ ແລະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ໂດຍສະເພາະແມ່ນວຽກງານດ້ານປ້ອງກັນຊາດເຫັນວ່າມີຜົນສໍາເລັດຫຼາຍຢ່າງ, ປະກອບສ່ວນຮັບປະກັນຄວາມສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ. ສອງປະເທດກໍາລັງຕັ້ງໜ້າປະສານງານຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງການນໍາຂັ້ນສູງທັງສອງປະເທດໄດ້ເຫັນດີເປັນເອກະພາບ ແລະໝາກຜົນຂອງກອງປະຊຸມຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ ຄັ້ງທີ 39.

leftcenterrightdel
ປະທານ ໂຮ່ຈິມິນ ຕ້ອນຮັບ ແລະໂອ້ລົມຢ່າງສະໜິດສະໜົມກັບສະຫາຍ ໄກສອນ ພົມວິຫານ,  ຫົວໜ້າຄະນະພັກ ແລະແນວລາວຮັກຊາດມາຢ້ຽມຢາມສັນຖະວະໄມຕີຫວຽດນາມ (1962). ພາບສາລະຄະດີ

ຄຽງຂ້າງນັ້ນ, ການຮ່ວມມືດ້ານບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງການພົວພັນຮ່ວມມືສອງຝ່າຍ, ເຊິ່ງລັດຖະບານທັງສອງປະເທດໄດ້ລົງນາມໃນບາງສັນຍາຮ່ວມມືກ່ຽວກັບບັນຫາດັ່ງກ່າວ. ຂົງເຂດການຄ້າ, ການລົງທຶນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການຂະຫຍາຍຕົວ, ປັດຈຸບັນ, ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດລົງທຶນຢູ່ ລາວ, ມີຫຼາຍໂຄງການລົງທຶນບັນລຸໄດ້ຄຸນນະພາບ ແລະມີປະສິດທິຜົນສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະພັດທະນາປະເທດຊາດ; ພ້ອມທັງສ້າງວຽກເຮັດງານທໍາ ແລະສະຫວັດດີການສັງຄົມ, ຊ່ວຍລາວ ໃນການປະຕິບັດນະໂຍບາຍລົບລ້າງຄວາມທຸກຍາກ. ລາວ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງຫວຽດນາມ ໃນຕະຫຼອດໄລຍະທີ່ຜ່ານມາ. ວົງເງິນການຄ້າຂອງສອງປະເທດ (ປີ 2017) ບັນລຸໄດ້ 900 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2016.

ນອກນັ້ນ, ຫວຽດນາມ ຍັງຈັດຕັ້ງງານວາງງສະແດງສິນຄ້າ ຢູ່ ສປປ ລາວ ໃນທຸກໆປີ, ຈັດກອງປະຊຸມການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ X ຢູ່ແຂວງອັດຕະປືໃນປີ 2016, ພ້ອມທັງໄດ້ຮ່ວມກັນເປີດເວັບໄຊເສດຖະກິດ-ການຄ້າລາວ-ຫວຽດນາມ ໃນປີ 2016.

ສອງຝ່າຍໄດ້ສົມທົບກັນ, ຮ່ວມມືກັນສ້າງນິຕິກໍາຢ່າງລະອຽດໃນການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ຊຸກຍູ້ຜັນຂະຫຍາຍບັນດາໂຄງການໃນຂອບເຂດຂອງການຮ່ວມມືທັງສອງຝ່ານກໍ່ຄືໃນອານຸພາກພື້ນ, ຜັນຂະຫຍາຍຈຸດກວດກາ “ຜ່ານປະຕູດຽວ” ຢູ່ຕາມດ່ານຊາຍແດນສາກົນລະຫວ່າງຫວຽດນາມ-ລາວ; ພ້ອມທັງສ້າງເງື່ອນໄຂໃຫ້ການພົວພັນຮ່ວມມື ແລະຊ່ວຍເຫຼືອເຊິ່ງກັນ ແລະກັນຂອງສອງປະເທດໃຫ້ນັບມື້ນັບໄດ້ຮັບການຂະຫຍາຍຕົວ ແລະເຂົ້າສູ່ລວງເລິກ.

 

ພັນຕີ ບົວແກ້ວ ສິດທິວົງ,  ຮອງຫົວໜ້າພະແນກຂ່າວຕ່າງປະເທດ, ໜັງສືພິມກອງທັບປະຊາຊົນ ລາວ