ທີ່ການຕ້ອນຮັບ, ການນໍາບັນດາກົມກອງຕີລາຄາສູງບົດບາດຂອງທະຫານປ້ອງກັນຊາຍແດນ ຮ່າຕີງ ໃນໄລຍະຜ່ານມາກ່ຽວກັບວຽກງານແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຕໍ່ສູ້ມີປະສິດທິຜົນກັບບັນດາປະເພດອາດຊະຍາກໍາຢູ່ຊາຍແດນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມຢູ່ເສັ້ນຊາຍແດນຮ່າຕີງ-ບໍລິຄໍາໄຊ ແລະຮ່າຕີງ-ຄໍາມ່ວນ. ພິເສດ, ທະຫານປ້ອງກັນຊາຍແດນແຂວງ ຮ່າຕີງ ໄດ້ຊ່ວຍກໍາລັງປະກອບອາວຸດ 2 ແຂວງຂອງ ລາວ ແລກປ່ຽນບົດຮຽນ, ຈັດຕັ້ງການຝຶກອົບຮົມກ່ຽວກັບວຽກງານປົກປັກຮັກສາຊາຍແດນ, ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາຢາເສບຕິດ...

ການນໍາທະຫານປ້ອງກັນຊາຍແດນແຂວງ ຮ່າຕີງ ໄດ້ຂອບໃຈບັນດາອາລົມຈິດອັນດີງາມ ແລະຄວາມເອົາໃຈໃສ່ຂອງບັນດາກົມກອງກໍາລັງປະກອບອາວຸດ 2 ແຂວງ ຄໍາມ່ວນ ແລະບໍລິຄໍາໄຊ. ພ້ອມທັງປາດຖະໜາວ່າໃນໄລຍະຈະມາເຖິງສືບຕໍ່ໄດ້ຮັບການສົມທົບກັບບັນດາກົມກອງດັ່ງກ່າວຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນບັນດາການເຄື່ອນໄຫວລາດຕາເວນສອງຝ່າຍ, ຕໍ່ສູ້ກັບບັນດາຮັບຜິດຊອບສະເພາະຄະດີ, ຄະດີກ່ຽວກັບຢາເສບຕິດ, ຄ້າຂາຍອາວຸດ...

ວັນທີ 9 ກຸມພາ, ຄະນະປະຕິບັດງານພະແນກປ້ອງກັນຄວາມສະຫງົບແຂວງ ເຊກອງ, ສປປ ລາວ ໂດຍທ່ານພັນເອກ ສົມວັນ ຄຸນທະວີສັກ, ຮອງຫົວໜ້າພະແນກປ້ອງກັນຄວາມສະຫງົບແຂວງ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວາງນາມ.

leftcenterrightdel
ຄະນະປະຕິບັດງານພະແນກປ້ອງກັນຄວາມສະຫງົບແຂວງ ເຊກອງ ມອບຂອງຂວັນໃຫ້ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວາງນາມ. ພາບ: ຮວິ່ງຈິ໋ນ

ຕາງໜ້າຄະນະປະຕິບັດງານ, ທ່ານພັນເອກ ສົມວັນ ຄຸນທະວີສັກ ຖືວ່າ, ໃນໄລຍະຜ່ານມາ, ສອງກົມກອງໄດ້ເປັນເຈົ້າການ, ສົມທົບກັນຢ່າງຕັ້ງໜ້າ, ມີປະສິດທິຜົນໃນການປົກປັກຮັກສາຊາຍແດນ, ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ ແລະແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ຂົງເຂດຊາຍແດນເປັນຢ່າງດີ, ຮັກສາສະຖຽນລະພາບຂອງສະພາບໝັ້ນຄົງດ້ານການເມືອງຢູ່ເຂດຊາຍແດນໄວ້ໃຫ້ໝັ້ນຄົງ.

ທ່ານພັນເອກພິເສດ ຫງວຽນຮືວຖັ໋ງ, ຫົວໜ້າຜູ້ບັນຊາການທະຫານປ້ອງກັນຊາຍແດນແຂວງ ກວາງນາມ ໄດ້ຂອບໃຈບັນດາອາລົມຈິດທີ່ຄະນະປະຕິບັດງານພະແນກປ້ອງກັນຄວາມສະຫງົບແຂວງ ເຊກອງ ສະຫງວນໃຫ້ພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ກວາງນາມ.

ກ່ອນນັ້ນນັ້ນ, ວັນທີ 8 ກຸມພາ, ຄະນະປະຕິບັດງານກອງບັນຊາການທະຫານແຂວງ, ຕໍາຫຼວດແຂວງ ອັດຕະປື ແລະກອງບັນຊາການທະຫານແຂວງ ເຊກອງ, ລາວ ໄດ້ມາຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກອນຕຸມ. ທີ່ການຕ້ອນຮັບ, ສອງຝ່າຍລ້ວນແລ້ວແຕ່ຢືນຢັນເຖິງສາຍພົວພັນສາມັກຄີ, ມິດຕະພາບແບບພິເສດລະຫວ່າງກໍາລັງປົກປັກຮັກສາຊາຍແດນສອງປະເທດຫວຽດນາມ-ລາວ, ພ້ອມທັງເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ ເພື່ອເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະປະກອບສ່ວນປະຕິບັດສໍາເລັດໜ້າທີ່ການເມືອງຂອງແຕ່ລະຝ່າຍ.

 

ແປໂດຍ: ເກື່ອງດັ້ງ