ງານບຸນໜັງສືພິມດຶງດູດ 15 ອົງການສື່ມວນຊົນສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ, ວາງສະແດງສື່ສິ່ງພິມລະດູບານໃໝ່ປີຈໍ ເກືອບ 200 ສະບັບ. ນອກຈາກນັ້ນ, ຢູ່ງານບຸນໜັງສືພິມລະດູບານໃໝ່ນະຄອນດ່າໜັ້ງ 2018 ຍັງມີງານວາງສະແດງຮູບແຕ້ມ, ຮູບພາບເກືອບ 100 ແຜ່ນກ່ຽວກັບປີ APEC 2017 ດໍາເນີນຢູ່ “ນະຄອນທະເລ”, ກ່ຽວກັບແຫຼມ ເຊີນຈ່າ, ການພັດທະນາ, ກ່ານປ່ຽນແປງຂອງນະຄອນດ່າໜັ້ງ...

leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນ ຫວຽດນາມ. ພາບ: ກິມເງິນ

ຮ້ານວາງສະແດງຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແນະນໍາເຖິງເພື່ອນຜູ້ອ່ານໜັງສືພິມບຸນປີໃໝ່ປີຈໍປະເພດຕ່າງໆ ຄື: ໜັງສືພິມກອງທັບປະຊາຊົນລາຍວັນ, ໜັງສືພິມກອງທັບປະຊາຊົນລາຍອາທິດ, ໜັງສືພິມກອງທັບປະຊາຊົນລາຍເດືອນ. ງານບຸນໜັງສືພິມລະດູບານໃໝ່ປີຈໍ 2018 ຢູ່ນະຄອນດ່າໜັ້ງ  ຈະສິ້ນສຸດລົງໃນຕອນບ່າຍວັນທີ 11 ກຸມພາ.

 

ແປໂດຍ: ທູຈາງ