ຕອນບ່າຍວັນທີ 6 ກຸມພາ, ຄະນະປະຕິບັດງານກອງບັນຊາການທະຫານແຂວງ ຄໍາມ່ວນ ແລະສະຫວັນນະເຂດ ໄດ້ມາຢ້ຽມຢາມ, ມອບຂອງຂວັນ ແລະອວຍພອນປີໃໝ່ພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ກວາງບີ່ງ. ຢູ່ທີ່ນີ້, ການນໍາກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ ລ້ວນແຕ່ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງທະຫານປ້ອງກັນຊາຍແດນແຂວງ ກວາງບີ່ງ, ເປັນຕົ້ນແມ່ນໃນວຽກງານລາດຕາເວນສອງຝ່າຍ, ການປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງສອງປະເທດ.

leftcenterrightdel
ບັນດາຜູ້ແທນຂອງກອງບັນຊາການທະຫານແຂວງ ຄໍາມ່ວນ ແລະສະຫວັນນະເຂດ ແລະທະຫານປ້ອງກັນຊາຍແດນແຂວງ ກວາງບີ່ງ ຖ່າຍຮູບເປັນທີ່ລະນຶກ. ພາບ: baoquangbinh.vn

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ການນໍາກອງບັນຊາການທະຫານສອງແຂວງຂອງລາວໄດ້ສົ່ງຄໍາອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ກວາງບີ່ງ ທຸກໆຄົນ, ພ້ອມກັນນັ້ນກໍ່ປາດຖະໜາຢາກຮັກສາ, ປັບປຸງສາຍພົວພັນອັນສະໜິດສະໜົມ, ຄວາມສາມັກຄີສະໜິດຕິດພັນລະຫວ່າງສອງຝ່າຍເພື່ອແນໃສ່ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

 

ແປໂດຍ: ຫງວຽນກຸກ